ກອງປະຊຸມເສດຖະກິດ ຮ່ວມມືລົງທຶນຫວຽດນາມ -ຍີ່ປຸ່ນ 2013

(ພາບ: tgvn.com.vn )
(vovworld)- ກອງປະຊຸມເສດຖະກິດຮ່ວມມືລົງທຶນຫວຽດນາມ-ຍີ່ປຸ່ນ 2013 ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 23/9. ກອງປະຊຸມມຸ້ງໄປສູ່ຈຸດໝາຍຊຸກຍູ້ ແລະ ພັດທະນາບັນດາການເຄື່ອນໄຫວເຊື່ອມຕໍ່ການລົງທຶນໂດຍກົງຂອງຍີ່ປຸ່ນ ລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກັບບັນດານັກລົງທຶນ, ວິສາຫະກິດອັນດັບໜຶ່ງຂອງຍີ່ປຸ່ນ. ຫົວເລື່ອງຕົ້ນຕໍໄດ້ຮັບການປຶກສາຫາລືຢູ່ກອງປະຊຸມ ແມ່ນຍູ້ແຮງການພັດທະນາພື້ນຖານໂຄງລ່າງບັນດາເຂດອຸດສາຫະກຳ, ອະສັງຫາລິມະຊັບ, ການກໍ່ສ້າງ ແລະ ອຸດສາຫະກຳໜູນຊ່ວຍຂະແໜງກໍ່ສ້າງ… ບັນດາທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງ, ພາກສ່ວນເສດຖະກິດຂອງຫວຽດນາມ ພ້ອມກັບບັນດານັກລົງທຶນ, ອົງການຈັດຕັ້ງ, ສະຫະສະມາຄົມ, ຜູ້ຕາງໜ້າບັນດາແຂວງ, ນະຄອນຂອງຍີ່ປຸ່ນ ມີໂອກາດໂອ້ລົມສົນທະນາ, ພົບປະແລກປ່ຽນໂດຍກົງ, ຊອກຫາກາລະໂອກາດລົງທຶນໃນຫຼາຍຂົງເຂດຢູ່ຫວຽດນາມ.