“ກອງປະຊຸມໂຕະມົນ”ໄກ່ເກ່ຍປອງດອງຊາດຄັ້ງທີ2ຢູ່ຢູແກຼນ

“ກອງປະຊຸມໂຕະມົນ”ໄກ່ເກ່ຍປອງດອງຊາດຄັ້ງທີ2ຢູ່ຢູແກຼນ - ảnh 1
ກອງປະຊຸມໂຕະມົນຖືກຈັດຕັ້ງໃນວັນທີ 14/5
(ພາບ: AP)

(vovworld) –  “ກອງ​ປະຊຸມ​ໂຕະມົນ​ເອກະ​ພາບ​​ແຫ່ງຊາດ” ຕາມ​ຂໍ້​ລິ​ເລີມ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​​ເອີ​ລົບ (OSCE) ຖື​ກຈັດ​ຕັ້ງ​ໃນ​ວັນ​ທີ 17/5, ຢູ່​ນະຄອນ Kharkov (ຢູ​ແກຼນ) ​ໄດ້​ສະ​ເໜີ​ສະພາ​ແຫ່ງ​ຊາດ​ປະ​ເທ​ດນີ້​ຮັບຮອງ​ເອົາ​ບົດ​ບັນທຶກ​ຊ່ວຍ​ຈຳ​ລວ​ມກ່ຽວ​ກັບ​ແງ່​ຫວັງ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ. ຕາມ​ນັ້ນ​ແລ້ວ, ສະພ​າ​ແຫ່ງ​ຊາດ ຢູ​ແກຼນ ຕ້ອງ​ຮັບປະກັນ​ດຳ​ເນີນ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ ຫັນ​ປະ​ເທດ​ຊາດ​​ໄປ​ສູ່ລະບອບ​ລັດຖະສະພາ - ປະທານາທິບໍດີ, ກຳນົດ​ກົດ​ລະບຽບ​ປອດ​ສຳພັນທະ​ມິດ​ການ​ທະຫານ, ພຽງ​ເຂົ້າ​ຮ່ວມ​ພັນທະ​ມິດ​ເສດຖະກິດ ​ແລະ ການ​ເມືອງ​ສາກົນ​ຕາມ​ໝາກຜົນ​ຂອງ​ການ​ລົງ​ປະຊາ​ມະຕິ, ປະຕິ​ຮູບ​ບັນດາ​ອົງການ​ປົກ​ປ້ອງ​ກົດໝາຍ ​ແລະ ອະ​ໄພ​ຍະ​ໂທດ​ໃຫ້​ແກ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ນອກຈາກ​ນັ້ນ, ບົດ​ບັນທຶກ​ຊ່ວຍ​ຈຳ​ກໍ່​ຮຽກຮ້ອງ​ປົດ​ອາວຸດ​ທຸກໆ​ກຸ່ມ​ຜິດ​ກົດໝາຍ, ຢຸດຕິບັ້ນ​ຮົບ​ການ​ທະຫານ​ຢູ່​ພາກຕາ​ເວັນ​ອອກ ​ແລະ ຖອນ​ທຸກໆ​ກຳລັງ​ການ​ທະຫານ​ກັບ​ເມືອ​ຖານ​ທີ່​ໝັ້ນ.

    ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ຢູ​ແກຼນ Arseni Yasseniuk ກ່າວ​​ວ່າ: ບັນດາ​ຂໍ້​ສະ​ເໜີ​ທີ່​ໄດ້​ຍົກ​ອອກ​ມາ​ມີ​ລັກສະນະ “ຝ່າຍ​ດຽວ”, ດັ່ງ​ນັ້ນ​ກອງ​ປະຊຸມ​ຄັ້ງ​ນີ້​ບໍ່​ສາມາດ​ແມ່ນ​ການ​ປຶກສາ​ຫາລື​ມີ​ຄວາມ​ໝາຍ. ຕາມ​ທ່ານ​ແລ້ວ, ໜ້າ​ທີ່​ຕົ້ນ​ຕໍ່​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງ​ຮັບຮອ​​ງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂອງ ຢູ​ແກຼນ.


ຂ່າວ/ບົດ​ອື່ນ