ກອງປະຊຸມໂອ້ລົມສົນທະນາທາງອອນລາຍສະເຫຼີມສະຫຼອງການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ ຄົບຮອບ 45 ປີ

(VOVWORLD) - ຍ້ອງຍໍຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ສະແດງຄວາມປະເອີບໃຈຕໍ່ການພັດທະນາເສດຖະກິດກະໂດດຂັ້ນ ແລະ ຜົນງານຂອງ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດເປັນທັນສະໄໝໃນໄລຍະຜ່ານມາ.

ວັນທີ 23 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາທາງອອນລາຍ ກ່ຽວກັບການພົວພັນລະຫວ່າງ 2 ປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ເຢຍລະມັນ (23/9/1975 – 23/9/2020).

ກອງປະຊຸມໂອ້ລົມສົນທະນາທາງອອນລາຍສະເຫຼີມສະຫຼອງການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ ຄົບຮອບ 45 ປີ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາທາງອອນລາຍຢູ່ ເຢຍລະມັນ. (ພາບ: TTXVN)

        ທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫງວຽນມິງຫວູ ໄດ້ຢືນຢັນວ່າ 45 ປີຜ່ານມາ ນັບແຕ່ເມື່ອ ຫວຽດນາມ ແລະ ເຢຍລະມັນ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນປະຈຸບັນໄດ້ຮັບການຍູ້ແຮງໃນທຸກຂົງເຂດ.

        ທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານນາງ Petra Sigmund, ຫົວໜ້າໃຫຍ່ກົມອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ, ກະຊວງການຕ່າງປະເທດ ເຢຍລະມັນ ໄດ້ຍ້ອງຍໍຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ສະແດງຄວາມປະເອີບໃຈຕໍ່ການພັດທະນາເສດຖະກິດກະໂດດຂັ້ນ ແລະ ຜົນງານຂອງ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດເປັນທັນສະໄໝໃນໄລຍະຜ່ານມາ. ທ່ານນາງ Sigmund ເນັ້ນໜັກວ່າ ໃນໄລຍະຈະມາເຖິງ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານນາງ Sigmund ເຊື່ອໝັ້ນວ່າ 2 ປະເທດຈະສືບຕໍ່ມີການຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກ ແລະ ຈະບັນລຸໄດ້ຜົນງານຫລາຍຢ່າງໃນບັນດາຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ