ກອງປະຊຸມໃຫຍ່ວິສາມັນຂອງ CPP ໄດ້ວາງອອກຫລາຍຂໍ້ຕົກລົງທີ່ສຳຄັນ

(VOVWORLD) - ກົນອຸບາຍຈັດຕັ້ງການ “ປະຕິວັດສີ” ຂອງພັກຝ່າຍຄ້ານກູ້ຊາດ (CNRP) ແນໃສ່ໂຄ່ນລົ້ມລັດຖະບານ ໄດ້ຮັບການສະກັດກັ້ນຢ່າງທັນການ, ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິຜົນ. 
ກອງປະຊຸມໃຫຍ່ວິສາມັນຂອງ CPP ໄດ້ວາງອອກຫລາຍຂໍ້ຕົກລົງທີ່ສຳຄັນ - ảnh 1 ທ່ານປະທານ CPP, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hun Sen

ພາຍຫລັງໄດ້ດຳເນີນຢູ່ນະຄອນຫລວງ ພະນົມເປັນ ເປັນເວລາ 3 ວັນ (ແຕ່ວັນທີ 19 – 21 ມັງກອນ), ກອງປະຊຸມໃຫຍ່ວິສາມັນສະຫລຸບອາຍຸການ 2013 – 2018  ແລະ ວາງອອກທິດທາງ, ໜ້າທີ່ອາຍຸການ 2018 – 2023 ຂອງພັກປະຊາຊົນ ກຳປູເຈຍ (CPP) ກຳ ອຳນາດໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 21 ມັງກອນ, ພາຍໃຕ້ການເປັນປະທານຂອງທ່ານປະທານ CPP, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Hun Sen.

        ພາຍຫລັງກອງປະຊຸມໃຫຍ່, CPP ໄດ້ອອກຂໍ້ຕົກລົງສຳຄັນຂອງກອງປະຊຸມໃຫຍ່ 7 ສະບັບ, ໃນນັ້ນ ຢັ້ງຢືນວ່າ ກົນອຸບາຍຈັດຕັ້ງການ “ປະຕິວັດສີ” ຂອງພັກຝ່າຍຄ້ານກູ້ຊາດ (CNRP) ແນໃສ່ໂຄ່ນລົ້ມລັດຖະບານ ໄດ້ຮັບການສະກັດກັ້ນຢ່າງທັນການ, ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິຜົນ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເພີ່ມເຕີມຄະນະບໍລິຫານງານສູນກາງພັກ ແຕ່ 545 ສະມາຊິກຂຶ້ນເຖິງ 865 ສະມາຊິກ, ໃນນັ້ນ ເລືອກຕັ້ງໃໝ່ 342 ສະມາຊິກ.

        ກອງປະຊຸມໃຫຍ່ໄດ້ດຳເນີນໃນສະພາບການທີ່ພັກ CPP ພວມສືບຕໍ່ຊີ້ນຳນຳພາປະເທດຊາດ ໃນສຸດທ້າຍຂອງອາຍຸການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 (2013 - 2018) ແລະ ກະກຽມໃຫ້ການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ໃນວັນທີ 29 ກໍລະກົດ 2018.

ຕອບກັບ

ຂ່າວ/ບົດ​ອື່ນ