ກອງປະຊຸມໃຫຍ່ແຂ່ງຂັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຄັ້ງທີ3

ທ່ານນາງ ເຈືອງທິມາຍ ເຂົ້າຮ່ວມກອງປະຊຸມ
|
(vovworld)- ວັນທີ 13/7, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ແຂ່ງຂັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຖືກໄຂຂຶ້ນຢ່າງເປັນທາງການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ພະນັກງານສະມາຄົມທຸກຂັ້ນໃນຊຸມປີຜ່ານມາໄດ້ຍົກສູງບົດບາດ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມຮັກແພງ, ໄດ້ຈັດຕັ້ງບັນດາການເຄື່ອນໄຫວໜູນຊ່ວຍ, ຊ່ວຍເຫຼືອກັນ ແລະ ເບິ່ງແຍງດູແລ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ທ່ານນາງ ເຈືອງທິມາຍ ສະເໜີວ່າ:
“ບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງສົມທົບກັບສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ສຳຫຼວດ, ຕີລາຄາດ້ານເນື້ອແທ້ກ່ຽວກັບສະພາບການປະຕິບັດນະໂຍບາຍ, ລະບອບນະໂຍບາຍສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ, ບົນພື້ນຖານນັ້ນສະເໜີປ່ຽນໃໝ່, ເພີ່ມເຕີມ, ປັບປຸງນະໂຍບາຍສຳລັບບັນດາ ຜູ້ເຄື່ອນໄຫວຕໍ່ຕ້ານຖືກຕິດທາດພິດເຄມີ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຮັບປະກັນໃຫ້ມີຄວາມຖືກຕ້ອງ. ກໍ່ສ້າງສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ທຸກຂັ້ນໝັ້ນຄົງເຂັ້ມແຂງ, ກາຍເປັນບ່ອນອີງຢ່າງໜັກແໜ້ນ, ເປັນຕົວແທນໃຫ້ສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ”