ກອງປະຊຸມIMF-WB: ສ້າງຕັ້ງກອງທຶນໃຫມ່ຮັບມືກັບໄພທຳມະຊາດ

(VOVWORLD) -ວັນທີ 12 ຕຸລາ, ທະນາຄານໂລກ WB ໄດ້ຜັນຂະຫຍາຍກອງທຶນໃຫມ່ ລວມມູນຄ່າ 150 ລ້ານ USD 

ກອງປະຊຸມIMF-WB: ສ້າງຕັ້ງກອງທຶນໃຫມ່ຮັບມືກັບໄພທຳມະຊາດ - ảnh 1ທ່ານປະທານ WB Jim Yong Kim  

ພາບ:vietnam+

ເພື່ອແນໃສ່ຫນູນຊ່ວຍບັນດາປະເທດເຄີຍປະສົບກັບໄພທຳມະຊາດ ແລະ ຮັບມືກັບໄພທຳມະຊາດກໍ່ຄືບັນດາຄວາມສ່ຽງນັບມື້ນັບເພີ່ມຂຶ້ນທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ. ກອງທຶນໃຫມ່ດັ່ງກ່າວໂດຍແມ່ນ WB ຍົກອອກມາໃນຂອບເຂດກອງປະຊຸມປະຈຳປີ ກອງທຶນເງິນຕາສາກົນ- ທະນາຄານໂລກ ຈັດຂຶ້ນ ຢູ່ ບາລີ ປະເທດ ອິນໂດເນເຊຍ. ກອງທຶນດັ່ງກ່າວ ມີຊື່ວ່າ ສູນການເງິນຫລຸດຜ່ອນຄວາມສ່ຽງທົ່ວໂລກ (GriF) ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍມີການປະກອບສ່ວນດ້ານການເງິນຈາກ ເຢຍລະມັນ ແລະ ອັງກິດ.  ເລື່ອງສ້າງຕັ້ງກອງທຶນນີ້ ເພື່ອແນໃສ່ຊຸກຍູ້ບາງໂຄງການຫນູນຊ່ວຍອື່ນຂອງ WB ແລະ ບັນດາອົງການຈັດຕັ້ງສາກົນໃນສະພາບການກປ່ຽນແປງຂອງດິນຟ້າອາກາດພວມຜັນແປໄປຢ່າງສັບສົນ ແລະກໍ່ບັນດາການກະທົບຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ