ກອນຕູມ:ກອງK53ເດີນທາງໄປຊອກຫາອັດຖິນັກຮົບເສຍຫຼະລະຊີວິດຢູ່ລາວ ແລະ ກຳປູເຈຍ

ກອນຕູມ:ກອງK53ເດີນທາງໄປຊອກຫາອັດຖິນັກຮົບເສຍຫຼະລະຊີວິດຢູ່ລາວ ແລະ ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 29 ຕຸລາ, ຢູ່​ນະຄອນ​ກອນ​ຕູມ, ກອງ​ບັນຊາ​ການ​ທະ​ການ​ແຂວງ ກອນ​ຕູມ ​ໄດ້​ຈັດ​ພິທີ​​ເດີນ​ທາງ​ໄປ​ປະຕິບັດ​ໜ້າ​ທີ່​​ເຕົ້າ​ໂຮມອັດຖິນັກຮົບເສຍ​ ຫຼະລະ​ຊີວິດ​​ຢູ່​ລາວ ​ແລະ ກຳປູ​ເຈຍ​ໃນ​ລະດູ​ແລ້ງ ​ 2013- 2014. ​ໃນ​ລະດູ​ແລ້ງ​ປີນີ້, ກອງ K53 ​​ແຂວງ​ ກອນ​ຕູມ ​ໄດ້​ປະຕິບັດ​ໜ້າ​ທີ່​ຊອກຄົ້ນ, ​ເຕົ້າ​ໂຮມ, ຈັດ​ນັກຮົບອາສາ​ສະໝັກ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ລາວ ກັບ​ຄືນ​ປະ​ເທດ, ບໍລິ​ເວັນ​ຊອກ​ຄົ້ນ​ລວມມີ 3 ​ແຂວງ ​ນັ້ນແມ່ນ: ອັດ​ຕະປື, ​ເຊ​ກອງ ​ແລະ ຈຳ​ປະ​ສັກ; ຢູ່​ປະ​ເທດ​ກຳປູ​ເຈຍ, ບໍລິ​ເວັນ​ຊອກ​ຄົ້ນ​​ແມ່ນ​ຢູ່ 2 ​​ເມືອງ ນັ້ນແມ່ນ: TaVeng ​ແລະ Don Mia, ຂຶ້ນ​ກັບ​ແຂວງ Ratanakiri. ຈຸດໝາຍ​ແມ່ນ​ ແຕ່​ນີ້​ຮອດ​ທ້າຍ​ເດືອນ ​ພຶດສະພາ ປີ 2014, ຈະ​ຊອກຄົ້ນ, ​ເຕົ້າ​ໂຮມ, ຈັດ​ສົ່ງອັດຖິ​ໄດ້ນັກ​ຮົບ​ທີ່​ເສຍສະຫຼະ​ຊີວິດ​ໃຫ້​ໄດ້ 35 ກໍລະນີ. ​ໃນ​ນັ້ນ​ຢູ່​ລາວ ​ແມ່ນ 15 ກໍ​ລະ​ນີ ​ແລະ ກຳ​ກູ​ເຈຍ 20 ກໍລະນີ. ​ເພື່ອ​ໃຫ້ການ​ຊອກ​ຄົ້ນ​ຄັ້ງ​ນີ້​ບັນລຸ​ໄດ້​ໝາກຜົນ, ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ, ກອງ​ບັນຊາ​ການ​ທະຫານ​ແຂວງ​ກອນ​ຕູມ ​ໄດ້​ເພີ່ມ​ທະວີ​ການ​ຊອກ​ຫາ, ​ເຕົ້າ​ໂຮມ​​ແຫຼ່ງຂ່າວ​ກ່ຽວ​ກັບ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ລາວ ​ແລະ ກຳ​ປູ​ເຈຍ.
ຂ່າວ/ບົດ​ອື່ນ