ກະກຽມສ້າງສຳເນົາເອກະສານນັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ ເພື່ອຍື່ນສະເໜີຕໍ່ UNESCO

(VOVWORLD) - ນະຄອນ ຮ່າໂນ້ຍສົມທົບກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງກະກຽມສ້າງສຳເນົາເອກະສານນັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ ເພື່ອຝາກເຖິງບັນດາອົງການທີ່ກ່ຽວຂ້ອງປະເມີນຜົນ, ປັບປຸງເພື່ອຍື່ນສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ພິຈາລະນາໃນປີ 2019.
ກະກຽມສ້າງສຳເນົາເອກະສານນັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ ເພື່ອຍື່ນສະເໜີຕໍ່ UNESCO - ảnh 1 ກະກຽມສ້າງສຳເນົາເອກະສານນັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ ເພື່ອຍື່ນສະເໜີຕໍ່ UNESCO

ຮ່າໂນ້ຍ ກໍ່ສະເໜີ UNESCO ສະເຫຼີມສະຫຼອງ 650 ປີແຫ່ງວັນເຖິງແກ່ມໍລະນະກຳຂອງ ຈູວັນອານ (ປີ 2020) ເພື່ອອາໄລຫານັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ ໃນຂົງເຂດການສຶກສາຂອງ ຫວຽດນາມ.

        ນັກວັດທະນະທຳທີ່ມີຊື່ສຽງ ຈູວັນອານ (1292 - 1370), ມີຊື່ແທ້ແມ່ນ ລິງຈຽດ. ເປັນຊາວບ້ານ ກວາງລຽດ, ຕາແສງ ແທງລຽດ, ເມືອງ ແທງດາມ (ປັດຈຸບັນແມ່ນເມືອງ ແທງຈີ) ຮ່າໂນ້ຍ. ແຕ່ຄາວຍັງນ້ອຍ ຈູວັນອາຍ ມີຊື່ສຽງເປັນຄົນຮຽນເກັ່ງ, ມັກອ່ານປື້ມ, ມີນິດໄສຊື່ຕົງເຖິງວ່າຮຽນເກັ່ງກໍ່ຕາມ ແຕ່ລາວບໍ່ມັກກາຍເປັນເຈົ້າເສນາອາມາດ ເຊິ່ງຢູ່ບ້ານເປີດໂຮງຮຽນສອນໃຫ້ນັກຮຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ