ກະຊວງການຕ່າງປະເທດປະກາດບັນດາການເຄື່ອນໄຫວການຕ່າງປະເທດທີ່ພົ້ນເດັ່ນໃນເຄິ່ງຕົ້ນເດືອນ ຕຸລາ 2013

ກະຊວງການຕ່າງປະເທດປະກາດບັນດາການເຄື່ອນໄຫວການຕ່າງປະເທດທີ່ພົ້ນເດັ່ນໃນເຄິ່ງຕົ້ນເດືອນ ຕຸລາ 2013 - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ຫງິ້)

(vovworld) - ວັນ​ທີ 03 ຕຸລາ, ທີ່​ການ​ປະຊຸມ​ຂ່າວນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ຫງິ້ ​ໃຫ້​ຮູ້​ວ່າ ​ໃນ​ລະຫວ່າງ​ວັນ​ທີ 07 ​ແລະ 08 ຕຸລາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ ຄັ້ງ​ທີ 21 (APEC 21) ດ້ວຍ​ຫົວ​ຂໍ້​ວ່າ “ອາຊີ - ປາຊີ​ຝີ​ກສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ: ກຳລັງ​ໜູນຂອງ​ການ​ເຕີບ​ໂຕ​ທົ່ວ​ໂລກ”, ​ເຊິ່ງຈະດຳ​ເນີນ​ຢູ່​ບາ​ລີ, ປະ​ເທດ​ອີນ​ໂດ​ເນ​ເຊຍ. ​ແຕ່​ວັນ​ທີ 13 – 15 ຕຸລາ, ທ່ານ​ນາຍົກລັດຖະມົນຕີ ສປ.ຈີນ ຫຼີ​ເຄີ​ຊຽງ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ເລືອ​ງ​ແທງ​ຫງິ້ ​ເນັ້ນ​ໜັກ​ວ່າ.

        “ນີ້ເປັນຄັ້ງ​ທຳ​ອິດທີ່​ການນຳ​ຂັ້ນ​ສູງ​ຈີນ ມາຢ້ຽມຢາມຫວຽດນາມ ​ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ເມື່ອ​ຈີນ​ ມີ​ຄະນະ​ການ​ນຳ​ໃໝ່, ການ​ຢ້ຽມຢາມມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ໃນ​ການ​ເພີ່ມ​ທະວີ, ປັບປຸງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ນາຍົກລັດຖະມົນຕີ 2 ທ່ານ​ຈະ​ແລກປ່ຽນ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດໃນ​ທຸກໆ​ຂົງ​ເຂດໃຫ້​ເຂົ້າ​ສູ່​ລວງ​ເລີກ ​ແລະ ​ແທດ​ຈິງ ​ ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ”.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ, ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ, ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ຂອງຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ - ຈີນ ​ແລະ ຢ້ຽມຢາມ​ບາງ​ຮາກ​ຖາ​ນ​ເສດຖະກິດ, ວັດທະນະທຳ​ຢູ່​ຮ່າ​ໂນ້ຍ.

        ກໍ່​ທີ່​ການ​ປະຊຸມ​ຂ່າວ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ເລືອ​ງ​ແທງ​ຫງິ້​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ລັດຖະບານ​ອາ​ເມ​ລິ​ກາ ຢຸດຕິ​ການ​ເຄື່ອນ​ໄຫວນັບ​ແຕ່​ວັນ​ທີ 01 ຕຸລາ 2013. ທ່ານ ​ເລືອ​ງ​ແທງ​ຫງິ້ ​ໃຫ້​ຮູ້​ວ່າ.

        “ພາຍ​ຫຼັງ​ລັດຖະບານ​ອາ​ເມ​ລິ​ກາ ຢຸດຕິ​ການ​ເຄື່ອນ​ໄຫວ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທທ ຍັງ​ຄົງ​ດຳ​ເນີນເປັນ​ປົກກະຕິ​ຢູ່. ວັນ​ທີ 01 ຕຸລາ, 2 ປະ​ເທດ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ປະຈຳ​ປີ​ຄັ້ງ​ທີ 6 ​ແລະ ບັນດາ​ອົງການ​ຕາງ​ໜ້າການ​ທູດ​ຂອງ 2 ປະ​ເທດ​ຍັງ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ສະພາບ​ການ​ຄື​ປະຈຸ​ບັນ​ພຽງ​ແຕ່​ຊົ່ວຄາວ ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ຫວັງ​ວ່າ ລັດຖະບານ​ອາ​ເມ​ລິ​ກາ ຈະຟື້ນ​ຟູ ​ແລະ ​ເຄື່ອນ​ໄຫວ​​ເປັນ​ປົກກະຕິ​ໂດຍ​ໄວ.”

ຂ່າວ/ບົດ​ອື່ນ