ການ​ຄັດເລືອກ​ຊາວ​ໜຸ່ມ​ຫວຽດ​ນາມ​ດີ​ເດັ່ນ​ປີ 2019

(VOVWORLD) - ມີຊາວໜຸ່ມ 20 ຄົນໄດ້ຮັບການຄັດເລືອກ ຜ່ານເຄືອຂ່າຍອິນເຕີແນັດໃຫ້ເປັນຊາວໜຸ່ມຫວຽດນາມ ດີເດັ່ນປີ 2019.
 ການ​ຄັດເລືອກ​ຊາວ​ໜຸ່ມ​ຫວຽດ​ນາມ​ດີ​ເດັ່ນ​ປີ 2019 - ảnh 1

ສະພາພິຈາລະນາລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ

(ພາບ:  (tienphong.vn)

       ນັ້ນແມ່ນຂ່າວຈາກການປະຊຸມຂ່າວ ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າໜຸ່ມຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 7 ກຸມພາຢູ່ຮ່າໂນ້ຍ. ສະພາພິຈາລະນາລາງວັນຊາວໜຸ່ມຫວຽດນາມ ດີເດັ່ນໄດ້ດຳເນີນການປ່ອນບັດລັບ ເພື່ອເລືອກເອົາຊາວໜຸ່ມຫວຽດນາມ ດີເດັ່ນ 20 ຄົນຂຶ້ນກັບ 9 ຂົງເຂດ ເຂົ້າໃນຮອບຄັດເລືອກ ຜ່ານເຄືອຂ່າຍອິນເຕີແນັດ. ພາຍຫຼັງຜົນການຄັດເລືອກອອກມາແລ້ວ, ສະພາພິຈາລະນາລາງວັນຊາວໜຸ່ມຫວຽດນາມ ດີເດັ່ນ ຈະເລືອກເອົາ 10 ຄົນເປັນຊາວໜຸ່ມຫວຽດນາມ ດີເດັ່ນປີ 2019. ຄາດວ່າ, ພິທີເຊີດຊູ ບັນດາຊາວໜຸ່ມຫວຽດນາມ ດີເດັ່ນປີ 2019 ຈະຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ.


ຕອບກັບ

ຂ່າວ/ບົດ​ອື່ນ