ການຍິງປືນເຮັດໃຫ້ຢ່າງໜ້ອຍສຸດ6ຄົນເສຍຊີວິດ

ການຍິງປືນເຮັດໃຫ້ຢ່າງໜ້ອຍສຸດ6ຄົນເສຍຊີວິດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ເຫດ​ຍິງ​ປືນ​ຖືກ​ເກີດ​ຂຶ້ນ​ຢູ່​ລັດ Michigan ຂອງ​ອາ​ເມ​ລິ​ກາ ໃນ​ຕອນ​ເຊົ້າ​ວັນ​ທີ 21/02, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ 6 ຄົນ​ເສຍ​ຊີ​ວິດ ແລະ 3 ຄົນ​ຮັບ​ບາດ​ເຈັບ. ສິ່ງ​ເປັນ​ຫວ່ງ​ທີ່​ສຸດ​ແມ່ນ​ຕົວ​ການ​ຍັງ​ບໍ່​​ທັນຖືກ​ຈັບ​ຕົວ ແລະ ອາດ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ກາ​​ນຍິງ​ປືນ​ຄັ້ງໃໝ່. ​ຕາມ​ຕຳ​ຫຼວດ​ທ້ອງ​ຖິ່ນ​ແລ້ວ, ເຫດ​ບຸກ​ໂຈ​ມ​ຕີ​ຖືກ​ເກີດ​ຂຶ້​ນ​ຢູ່​ Kalamazoo, ລັດ Michigan, ຕົວ​ການ​ໄດ້​ຍິງ​ປືນ​ໃສ່​​ບັນ​ດາ​ຮ້ານ​ຂາ​ຍ​ເຄື່ອງ, ​​ຜູ້ພະ​ຍານ​​ບາງ​ຄົນ​ໄດ້​ໃຫ້​ຮູ້​ວ່າ, ຕົວ​ການ​ໄດ້​ຍິງ​ປືນ​ໃສ່​ບໍ່​ວ່າ​ຜູ້​​ໃດທີ່ໄດ້​ພົບ​. ຕຳ​ຫຼ​ວດ​ໃຫ້​ຮູ້​ວ່າ, ພວມ​ຊອກ​ຈັບ​ຜູ້ນີ້ ແລະ ​​ຍັງ​ບໍໍ​່ທັນຈັບ​ໄດ້​ຜູ້​ຖືກ​ສົງ​ໄສ​ຄົນ​ໃດ​ເທື່ອ.

ຂ່າວ/ບົດ​ອື່ນ