ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) - ຕອນເຊົ້າວັນທີ 23/2, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ, ເປັນປະທານກອງປະຊຸມຂອງສະພາເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະຕິບັດໜ້າທີ່ປີ 2016, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2017. ທ່ານນາຍົກລັດຖະມົນຕີ ຖືວ່າ: ປີ 2017, ສະພາບການພາຍໃນປະເທດ ແລະ ສາກົນຍັງປະສົບກັບຄວາມຫຍຸ້ງຍາກ ແຕ່ຍິ່ງຫຍຸ້ງຍາກຍິ່ງຕ້ອງແຂ່ງຂັນເພື່ອປະຕິບັດສຳເລັດໜ້າທີ່ເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດໄດ້ວາງອອກຢ່າງຮອບດ້ານ. ບັນດາຂະບວນການແຂ່ງຂັນຕ້ອງມີເປົ້າໝາຍແທດຈິງ, ລະອຽດ, ຕິດພັນກັບໜ້າທີ່ການເມືອງຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍ. ດ້ວຍຫົວຂໍ້ໃນປີ 2017 ແມ່ນ “ເພີ່ມທະວີລະບຽບວິໄນ, ຍົກສູງຄວາມຮັບຜິດຊອບ, ແຂ່ງຂັນຢ່າງມີຫົວຄິດປະດິດສ້າງ, ພັດທະນາໄວ ແລະ ຍືນຍົງ”, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງໝູນໃຊ້ໃນບັນດາຂະແໜງ, ທ້ອງຖິ່ນ, ຫົວໜ່ວຍເພື່ອຜັນຂະຫຍາຍບັນດາຂະບວນການແຂ່ງຂັນຢ່າງເໝາະສົມ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງວ່າ: ໃນວຽກງານຍ້ອງຍໍຊົມເຊີຍຕ້ອງທັນການ, ຊັດເຈນ, ຖືກຄົນຖືກວຽກ, ຖືໝາກຜົນແຫ່ງການປະຕິບັດໜ້າທີ່ການເມືອງ, ປະສິດທິຜົນສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນເປັນໄມ້ຫຼາວັດແທກ. ການຍ້ອງຍໍຕ້ອງໄປມຸ່ງເຖິງຄົນງານໂດຍກົງ.