ການທ່ອງທ່ຽວຂອງຝລັ່ງຖືກຜົນສະທ້ອນພາຍຫຼັງບັນດາການບຸກໂຈມຕີກໍ່ການຮ້າຍ

ການທ່ອງທ່ຽວຂອງຝລັ່ງຖືກຜົນສະທ້ອນພາຍຫຼັງບັນດາການບຸກໂຈມຕີກໍ່ການຮ້າຍ - ảnh 1
(ພາບ​ປະ​ກອບ: CNN)

(vovworld) - ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ຝ​ລັ່ງ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ເມື່ອ​ນັກ​ທ່ອງ​ທ່ຽວ​ຕ່າງ​​ປະ​ເທດ​ເລືອກ​ເອົາຝ​ລັ່ງ ແມ່ນ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ​ໃ​ນ​ບັນ​ດາມື້​ພັກ​ຍາວ​ນັບ​ມື້​ນັບ​ໜ້ອຍ​ລົງ. ສາຍ​ເຫດ​ຂອງ​ການ​ຫຼຸດ​ຜ່ອນນີ້​ແມ່ນ​ຍ້ອນ​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ຕົ​ນ​ເອງ​ຈະ​ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂອງ​ບັນ​ດາ​ເປົ້າ​ໝາຍ​ບຸກ​ໂຈ​ມ​ຕີ​ຂອງ​ພວກ​ຫົວ​ຮຸ້​ນ​ແຮງ, ໃນ​ຂະ​ນະ​ທີ່​ເຄີຍ​ເ​ກີດ​ບັນ​ດາ​ເຫດ​ການກໍ່​ການ​ຮ້າຍ​ທີ່ນອງ​ເລືອດຢູ່​ປາ​ຣີ ຫຼື Nice ໃນ​ໄລ​ຍະ​ຜ່ານ​ມາ. ຂະ​ແໜງ​ທ່ອງ​ທ່ຽ​ວ​ເຄີຍ​​ແມ່ນ​ໜື່ງ​ໃນ​ບັນ​ດາ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ຝ​ລັ່ງ, ປະ​ກອບສ່ວນ​ຫຼາຍ​ເຂົ້າ GDP ຂອງ​ປະ​ເທດນີ້. ໄລ່​ສະ​ເພາະ​ອາ​ທິດ​ທີ 3 ຂອງ​ເດືອນ 07, ພາຍ​ຫຼັງ​ເກີດ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ຂົນ​ສົ່ງ​ຢູ່​ນະ​ຄອນ Nice ເຮັດ​ໃຫ້ 84 ຄົນ​ເສຍ​ຊີ​ວິດ, ​ຈຳ​ນວນ​ແຂກ​ມາ​ທ່ອງ​ທ່ຽວ​​ຢູ່​ນະ​ຄອນນີ້​ໄດ້​ຫຼຸດ​ລົງ 57%. ພິ​ເສດ, ​ຈຳ​ນວນນັກ​ທ່ອງ​ທ່ຽວ​ຄົນ​ຮັ່ງ​ມີຈາກ​ອາ​ເມ​ລິ​ກາ, ອາ​ຊີ ແລະ ບັນ​ດາ​ປະ​ເທດ​ເຂດ​ອ່າວເປີ​ເຊຍ ກໍ່ບໍ່​​ເລືອກ​​​ເອົາຝ​ລັ່ງ ​ໄປ​ທ່ອງ​ທ່ຽວ​, ທັງ​ນີ້ກ​ໍ​ພາ​ໄປ​ເຖິງການ​ຫຼຸດ​ຜ່ອນ​ລາຍ​ຮັບ​ຂອງ​ບັນ​ດາ​ຮ້ານ​ຂາຍ​ສິນ​ຄ້າ​ລາ​ຄາດ​ແພງຢູ່​ປະ​ເທດນີ້.

ຂ່າວ/ບົດ​ອື່ນ