ການນຳກົມໃຫຍ່ການເມືອງຕ້ອນຮັບຄະນະນັກຮົບເກົ່າແຫ່ງຊາດລາວ ແລະ ກຳປູເຈຍ

ການນຳກົມໃຫຍ່ການເມືອງຕ້ອນຮັບຄະນະນັກຮົບເກົ່າແຫ່ງຊາດລາວ ແລະ ກຳປູເຈຍ - ảnh 1
ພົນ​ຕີ ຫງວຽນ​ຈ້ອງ​ເຫ​ງ້ຍ ​ພົບ​ປະ​ກັບຄະນະ​ຜູ້​ແທນ
ນັກຮົບ​ເກົ່າ​​ລາວ ​ແລະ ​ເກົ່າ​ກຳປູ​ເຈຍ​
(ພາບ: baomoi.com)

(vovworld) - ຫວຽດນາມ - ລາວ - ກຳປູ​ເຈຍ ​ແມ່ນ​ສາມ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ, ທີ່​ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່, ສາມັກຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ພິ​ເສດ​ແມ່ນ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ມາ​ໃຫ້​​ແຕ່ລະ​ປະ​ເທດ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ຕີ ຫງວຽນ​ຈ້ອງ​ເຫ​ງ້ຍ ທີ່​ງານ​ພົບ​ປະ​ກັບຄະນະ​ຜູ້​ແທນສະມາຄົມ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ​ແລະ ສະຫະ​ສະມາຄົມ​ນັກຮົບ​ເກົ່າ​ກຳປູ​ເຈຍ​ ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 18/12, ​ໃນ​ໂອກາດ​ທີ່​ສອງ​ຄະນະ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຫວຽດນາມ​ຄັ້ງ​ທີ 5. ບັນດາ​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ​ແລະ ສະຫະ​ສະມາຄົມ​ນັກຮົບ​ເກົ່າ​ກຳປູ​ເຈຍ ລ້ວນ​ແຕ່​ຢັ້ງຢືນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ, ປັບປຸງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ​ເຊິ່ງພະນັກງານ, ນັກຮົບ ລຸ້ນຕ່າງໆ ​ແລະ ປະຊາຊົນ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ.

ຂ່າວ/ບົດ​ອື່ນ