ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ
ລັດເຊຍ Vladimir Putin (ພາບ: THX)
(vovworld) – ວັນທີ 15/11, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ພົບປະກັນຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G - 20) ຢູ່ Antalya ຕວກກີ ໄດ້ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນຫລາຍຂົງເຂດຄືນໃໝ່. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຮູ້ວ່າ: ຈີນ ວາງຈຸດໝາຍສ້າງພື້ນຖານເສດຖະກິດໂລກ “ໃໝ່ອຽມ, ໝັ້ນຄົງເຂັ້ມແຂງ, ເຊື່ອມຕໍ່ ແລະ ເຊື່ອມໂຍງ” ພ້ອມກັບສະມາຊິກທັງໝົດອື່ນໆໃນ G – 20 ເມື່ອ ຈີນ ເປັນປະທານຜັດປ່ຽນຂອງອົງການຈັດຕັ້ງນີ້ໃນປີໜ້າ. ສ່ວນທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະໜັບສະໜູນ ຈີນ ມີບົດບາດໃຫຍ່ກ່ວາ ໃນການຊຸກຍູ້ການຮ່ວມມືດ້ານການເງິນ ແລະ ເສດຖະກິດສາກົນເມື່ອເປັນປະທານ G – 20