ການນຳປະເທດຕ່າງໆສະແດງທັດສະນະຕໍ່ເລື່ອງອັງກິດຖອນອອກຈາກ EU

   ການນຳປະເທດຕ່າງໆສະແດງທັດສະນະຕໍ່ເລື່ອງອັງກິດຖອນອອກຈາກ EU - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ Malcolm Turnbull


(vovworld)- ພາຍຫຼັງ​ທີ່​ອັງ​ກິດ​ປ່ອນ​ບັດ​ຕົກ​ລົງ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ EU, ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສະ​ແດງ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ຫານີ້. ກ່າວ​ຄຳ​ເຫັນ​ກັບ​ວົງການນັກ​ຂ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ Malcolm Turnbull ໄດ້​ຢື​ນ​ຢັນ​ສາຍ​ພົວ​ພັນ​ຂອງ​ອົດ​ສະ​ຕາ​ລີ​ກັບ​ອັງ​ກິດ ຊຶ່ງ​ມີ​ຄວາມ​ສະ​ໜິດ​ຕິ​ດພັນທີ່​ສຸດ, ພ້ອມ​ກັນ​ນັ້ນ, ທ່ານ​ກໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ເສ​ລີ​ກັບ EU ຈະ​ບໍ່​ຖືກ​ຜົນ​ກະ​ທົບ​ທີ່ບໍ່​ດີ​ຍ້ອນ Brexit . ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີນອກ​ແວ Erna Solberg ຖື​ວ່າ ການ​ລົງ​ປະ​ຊາ​ມະ​ຕິ​ຂອງ​ອັງ​ກິດ​ບໍ່​ພຽງ​ແຕ່​ແມ່ນ​ສານ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ປະ​ເທດ​ເອີ​ລົບ​ອື່ນ​ຊ​ຶ່ງ​ມີ​ຄວາມ​ຮູ້​ສຶກວ່າ EU ບໍ່​ມີ​ຄວາມ​ສາ​ມາດ​ພຽງ​ພໍ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນອີກ​ດ້ວຍ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸ່ງ​ກາ​ຣີ Orban,  EU ຄວນ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ແລະ ຖື​ວ່ານີ້​ແມ່ນ​ບົດ​ຮຽນ​ໃຫຍ່​ທີ່​ສຸດ.
ຂ່າວ/ບົດ​ອື່ນ