ການນຳພັກ, ລັດເຂົ້າຮ່ວມ ພິທີໄຂສົກຮຽນໃໝ່ 2012-2013

ການນຳພັກ, ລັດເຂົ້າຮ່ວມ ພິທີໄຂສົກຮຽນໃໝ່ 2012-2013 - ảnh 1

(ພາບ:old.vtv.vn)

(vovworld)-ວັນ​ທີ 5/9 ​ແມ່ນ​ວັນ​ໄຂ​ສົກຮຽນ​ໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຫວຽດນາມ, ບັນດາ​ການ​ນຳ​ພັກ, ລັດ​ໄດ້​​ເຂົ້າຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ພ້ອມ​ກັບ​ຄູ​ອາຈານ ​ແລະ ນັກຮຽນຢູ່​ທ້ອງ​ຖິ່ນ​ຕ່າງໆ. ຕອນ​ເຊົ້າວັນ​ທີ 5/9, ທ່ານ​ດິງ​ເທ​ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ຢູ່​ໂຮງ​ຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກ​ວິຊາ​ເລ​ຮົງ​ຟອງ ນະຄອນ​ນາມ​ດິ້ງ ​ແລະ ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ​ໃຫ້​ແກ່​ໂຮງຮຽນ.

  ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​​ຢູ່​ແຂວງ​ເຊີນ​ລາ ​ແລະ ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່ໂຮງ​ຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກ​ວິຊາ​ເຊີນ​ລາ. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ພ້ອມ​ກັບ​ການ​ນຳ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສະພາກາ​ແດງ​ຫວຽດນາມ, ການ​ນຳ​ແຂວງ​ເຊີນ​ລາ ​ໄດ້​ມອບ​ທຶນ​ສຶກສາລາ​ຍການ “​ໄປ​ໂຮງຮຽນ​ພ້ອມ​ກັບ​ນ້ອງ“ ​ໃຫ້​ແກ່​ນັກຮຽນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ເຂດ​ຫ່າງ​ໄກສ​ອກຫລີກ​ແຂວງ​ເຊີນ​ລາ.

ຂ່າວ/ບົດ​ອື່ນ