ກາ​ນ​ປະ​ທະ​ກັນ​ຢູ່ ຊີ​ຣີ​ກ້າວ​ເຂົ້າ​ສູ່​ປີທີ 10

(VOVWORLD) -ນັບແຕ່ເມື່ອສົງຄາມເກີດຂຶ້ນຢູ່ ຊີຣີໃນເດືອນ ມີນາ ປີ 2011, ມີຜູ້ເສີຍຊີວິດຢ່າງໜ້ອຍສຸດ 384.000 ຄົນ, ໃນນັ້ນມີ ສາມັນຊົນ 116.000 ຄົນ. ນີ້ແມ່ນຕົວເລກທີ່ໄດ້ອົງການຕິດຕາມສິດທິມະນຸດ ຊີຣີ (SOHR)ປະກາດໃນວັນທີ 14 ມີນາ.

ກາ​ນ​ປະ​ທະ​ກັນ​ຢູ່ ຊີ​ຣີ​ກ້າວ​ເຂົ້າ​ສູ່​ປີທີ 10 - ảnh 1ສະຖານທີ່ເກີດເຫດວາງລະເບີດຢູ່ ຊີຣີ (ພາບ: THX/TTXVN)

ຕາມການຕີລາຄາຂອງ SOHR ໃນຈຸດເວລາສົງຄາມຢູ່ ຊີຣີກ້າວເຂົ້າສູ່ປີທີ 10, ກອງທັບລັດຖະບານຂອງ ທ່ານ ປະທານາທິບໍດີ Bashar al- Assad ໄດ້ຄຸ້ມຄອງ 70% ຜືນແຜ່ນດິນໃນທົ່ວປະເທດນີ້. ເຖິງຢ່າງໃດກໍ່ຕາມ, ບັ້ນສົ່ງຄາມດັ່ງກ່າວໄດ້ສ້າງບັນດາຜົນຢ້ອນຫຼັງທີ່ຮ້າຍແຮງທາງດ້ານເສດຖະກິດ ແລະ ຜົນເສຍຫາຍອັນໜັກໜ່ວງທາງດ້ານມະນຸດ. ສົງຄາມໄດ້ທຳລາຍພື້ນຖານເສດຖະກິດ, ເຮັດໃຫ້ຊາວຊີຣີ ກ່ວາ 11 ລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງ ໄປລີ້ໄພ. ພິເສດໃນຈຳນວນຜູ້ເສຍຊີວິດມີເດັກນ້ອຍ 22.000 ຄົນ ແລະ ແມ່ຍິງ 13.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ