ການພົບປະເຈລະຈາ ອາເມລິກາ-ຍີ່ປຸ່ນ- ສ.ເກົາຫຼີ


ການພົບປະເຈລະຈາ ອາເມລິກາ-ຍີ່ປຸ່ນ- ສ.ເກົາຫຼີ - ảnh 1

(ພາບ: Yonhap)

 (vovworld)- ​ ​​ໃນ​ການ​ພົບ​ປະ​ເຈລະຈາ​ເມື່ອ​ວັນ​ທີ 1/7, ຢູ່​ຮາ​ວາຍ ປະ​ເທດ​ອາ​ເມ​ລິ​ກາ ດຳ​ເນີນ​ໄປ​ຢູ່​ນອກ​ການ​ຊ້ອມ​ຮົບ​ທະຫານ​ເຮືອ​ນາໆ​ຊາດ “2014-RIMPAC“ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບ​ມື​ກັບ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ. ທີ່​ການ​ພົບ​ປະ​ເຈລະຈາ, ບັນດາ​ເຈົ້າໜ້າ​ທີ່​ການ​ທະຫານ​ຂັ້ນສູງ​ສາມ​ປະ​ເທດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໄພ​ນາບ​ຂູ່​ຕ່າງໆ​ຈາກ​ເລື່ອງ ສປປ.​ເກົາຫຼີ ພັດທະນາ​ລູກ​ສອນ​ໄຟ ​ແລະ ນິວ​ເຄຼຍ. ສາມ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໄພ​ນາບ​ຂູ່ນິວເຄຼຍ ​ແລະ ລູກ​ສອນ​ໄຟ​ຈາກ​ພຽງ​ຢາງ.

  ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ການ​ນຳ​ຂັ້ນສູງທະຫານອັນ​ດັບ 1 ຂອງອາ​ເມ​ລິ​ກາ-​ຍີ່ປຸ່ນ-​ສ.​ເກົາຫຼີ ມີ​ການ​ພົບ​ປະ​ໂດຍ​ກົງ ຊື່​ງ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາ​ບການ​ຊຸມ​ມື້​ມໍ່ໆ​ມາ​ນີ້, ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​​ໃສ່​ເຂດ​ທະ​ເລທາງ​ທິດຕາ​ເວັນ​ອອກ​ທະ​ເລ​ຍີ່ປຸ່ນ​ຢ່າງ​ລຽນຕິດ./.

ຂ່າວ/ບົດ​ອື່ນ