ທ່ານນາຍົກລັດຖະມົນຕີ ຫງວຽນດຕີນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ
(vovworld) – ຕອນເຊົ້າວັນທີ 17/12/2013, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດຄັ້ງທີ 28, ກະຊວງການຕ່າງປະເທດ ສົມທົບກັບກະຊວງອຸດສາຫະກຳ - ການຄ້າ ຈັດຕັ້ງວາລະປະຊຸມຮ່ວມກັບກອງປະຊຸມທີ່ປຶກສາດ້ານການຄ້າດ້ວຍຫົວຂໍ້ “ເຊື່ອມໂຍງເຂົ້າກັບສາກົນ ແລະ ພົວພັນດ້ານເສດຖະກິດກັບຕ່າງປະເທດ”.
ກ່າວຄຳເຫັນຊີ້ນຳຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ເນັ້ນໜັກການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ການພົວພັນດ້ານເສດຖະກິດກັບຕ່າງປະເທດນັບມື້ນັບມີບົດບາດສຳຄັນ. ດັ່ງນັ້ນ, ພະນັກງານ, ລັດຖະກອນແຕ່ລະຄົນໃນຂະແໜງຕ້ອງສືບຕໍ່ຊາບຊຶມ, ມີລາຍການ, ແຜນການລະອຽດເພື່ອປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານຢ່າງມີປະສິດທິຜົນ, ພິເສດແມ່ນມະຕິ 22 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີຊຸກຍູ້ການດຶງດູດເງິນລົງທຶນໂດຍກົງ (FDI) ເຂົ້າ ຫວຽດນາມ. ຢູ່ພາຍໃນປະເທດຕ້ອງປະຕິຮູບ, ສ້າງທຸກເງື່ອນໄຂກ່ຽວກັບລະບອບບັນຍັດ, ກົນໄກ, ນະໂຍບາຍດຶງດູດການລົງທຶນ, ເປີດເຜີຍ, ກະຈ່າງແຈ້ງສຳລັບບັນດາຂໍ້ກຳນົດລະບອບບັນຍັດ, ກົນໄກຕະຫຼາດໃຫ້ສະດວກ, ລົງທຶນພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ..., ທັງປະກອບສ່ວນເຂົ້າໃນການເຕີບໂຕ, ທັງປະກອບສ່ວນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດທັນສະໄໝ. ບັນດາສະຫາຍເອກອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າຕ້ອງປະຕິບັດໜ້າທີ່ນີ້ຢ່າງເດັດຂາດ ແລະ ລະອຽດທີ່ສຸດ.”
ທ່ານ ຫງວຽນຊວນຖູຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ, ປະເທດຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເມື່ອເດືອນ 6 ຜ່ານມາ, ໃຫ້ຮູ້ວ່າ:
“ດ້ວຍພື້ນຖານເສດຖະກິດພວມຍື່ນອັນດັບທີ 17 ໃນໂລກ, ອິນໂດເນເຊຍ ພວມພົ້ນເດັ່ນຄືດັ່ງຕະຫຼາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ພວກຂ້າພະເຈົ້າເຫັນວ່າຕ້ອງມີຄວາມຮັບຜິດຊອບຄົ້ນຄ້ວາ, ກຳແໜ້ນບັນດາການຜັນແປ, ເປັນເສນາທິການໃຫ້ແກ່ພັກ, ລັດ ເພື່ອຊອກຫາວິທີການເພີ່ມທະວີການຮ່ວມມືຢ່າງທັນການ. ສະພາບຕົວຈິງ, ໃນ 2 -3 ປີຜ່ານມາ, ເຖິງວ່າເສດຖະກິດໂລກຖືກຕົກຕຳ່ຖອຍຫຼັງກໍ່ຕາມ ແຕ່ອິນໂດເນເຊຍ ຍັງຄົງຮັກສາລະດັບການພັດທະນາເປັນປົກກະຕິພໍສົມຄວນ, ກ່ວາ 6%/ປີ ແລະ ພັດທະນາໃນຫຼາຍປີຢ່າງລຽນຕິດ. ນັ້ນແມ່ນບົດຮຽນເຊິ່ງພວກເຮົາສາມາດຖອດຖອນໄດ້.”