ການພົວພັນແລກປ່ຽນວັດທະນະທຳປະກອບສ່ວນສ້າງສານແຫ່ງຊາດ

(VOVWORLD) -  ກອງປະຊຸມການທູດຄັ້ງທີ 30 ແລະ ກອງປະຊຸມພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 19 ຈະໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ວັນທີ 12 – 17 ສິງຫາ.
ການພົວພັນແລກປ່ຽນວັດທະນະທຳປະກອບສ່ວນສ້າງສານແຫ່ງຊາດ - ảnh 1 ທ່ານ ຟ້າມແຊງເຈົາ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ (ພາບອິນເຕີແນັດ)

ເນື່ອງໃນໂອກາດນີ້, ທ່ານ ຟ້າມແຊງເຈົາ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄດ້        ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດສຸມຂອງວຽກງານການພົວພັນແລກປ່ຽນວັດທະນະທຳໃນໄລຍະຈະມາເຖິງ.

        ຕາມນັ້ນແລ້ວ, ການພົວພັນແລກປ່ຽນວັດທະນະທຳໄດ້ຮັບຖືວ່າ: ແມ່ນເສົາຄ້ຳຂອງພື້ນຖານການການຕ່າງປະເທດຮອບດ້ານຂອງ ຫວຽດນາມ. ຕາມຈິດໃຈຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ໜ້າທີ່ຕົ້ນຕໍຂອງການພົວພັນແລກປ່ຽນວັດທະນະທຳໃນໄລຍະຈະມາເຖິງ ນັ້ນແມ່ນ ຮັບໃຊ້ໃຫ້ເປົ້າໝາຍພັດທະນາຂອງປະເທດຊາດ. ເພື່ອປະຕິບັດໄດ້ເປົ້າໝາຍນີ້, ການພົວພັນແລກປ່ຽນວັດທະນະທຳຈະສຸມໃສ່ເຂົ້າເນືື້ອໃນບາງຢ່າງ. ນັ້ນແມ່ນ: ສ້າງແຜນການພົວພັນແລກປ່ຽນວັດທະນະທຳທີ່ຕິດພັນກັບບັນດາເປົ້າໝາຍການພົວພັນຕ່າງປະເທດ, ຄວາມຮຽກຮ້ອງຕ້ອງການດ້ານການເມືອງ, ພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ