ການພົວພັນ ຫວຽດນາມ - ອິນເດຍ ຈະນັບມື້ນັບມີປະສິດທິຜົນແທດຈິງກ່ວາ

(VOVWORLD) -ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນເດຍ ເນື່ອງໃນໂອກາດທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ພວມຢູ່ຢ້ຽມຢາມ ສ.ອິນເດຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົາ ຢັ້ງຢືນວ່າ 

ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍພ້ອມກັນວາງອອກບັນດາເປົ້າໝາຍໃໝ່ໃຫ້ແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຈະມາເຖິງ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ຈະເຂົ້າຮ່ວມພິທີເປີດສະຫຼອງສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນເດຍ, ເປີດສະຫຼອງສຳນັກງານຜູ້ຕາງໜ້າ VOV ປະຈຳ ອິນເດຍ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຖືວ່າ:

        “ເລື່ອງເປີດສຳນັກງານຜູ້ຕາງໜ້າຂອງ VOV ປະຈຳ ອິນເດຍ ໄດ້ສວມບົດບາດສຳຄັນທີ່ສຸດ. ການມີໜ້າຂອງສຳນັກງານດັ່ງກ່າວ ຈະປະກອບສ່ວນຫລາຍຢ່າງໃຫ້ແກ່ການປ່ຽນແປງຄວາມຮັບຮູ້ຂອງເພື່ອນມິດ ຫວຽດນາມ ກ່ຽວກັບ ອິນເດຍ. ນີ້ແມ່ນບາດລ້ຽວທີ່ມີຄວາມໝາຍໃຫຍ່ຫລວງທີ່ສຸດ ຕໍ່ການເພີ່ມທະວີຄວາມຮັບຮູ້ຂອງ ຫວຽດນາມ ກ່ຽວກັບ ອິນເດຍ, ກໍ່ຄືຂອງເພື່ອນມິດ ອິນເດຍ ກັບປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ