ການວາງລະເບີດສະຫລະຊີບຢູ່ ອາບການິສະຖານ

ການວາງລະເບີດສະຫລະຊີບຢູ່ ອາບການິສະຖານ - ảnh 1
ເຫດວາງລະເບີດສະຫລະຊີບ ຢູ່ ນະຄອນ Zaranj ​
ພາບ: internet



(vovworld) -  ມີ​ຜູ້​ເສຍ​ຊີວິດ​ຢ່າງ​ຫນ້ອຍ​ສຸດ 36 ຄົນ ​ແລະ ກວ່າ 70 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ສະຫລະ​ຊີບ​ເກີດ​ຂຶ້ນ​ 3 ຄັ້ງ​ຢ່າງ​ລ່ຽນ​ຕິດ​ໃນ​ວັນ​ທີ 14/8 ຢູ່ ນະຄອນ Zaranj ​ເມືອງ​ເອກ​ຂອງ​ແຂວງ Nimroz  ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ອາບ​ກາ​ນິສະຖານ. ​ເຈົ້າ​ຫນ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ກຸ່ມ​ວາງ​ລະ​ເບີດ​ສະຫລະ​ຊີບ​ກໍ​ການ​ຮ້າຍ​ລວມມີ 6 ຄົນ ​ໄດ້​ກໍ​ເຫດ​ວາງ​ລະ​ເບີດ​ຢູ່ 3 ບ່ອນ​ທີ່​ແຕກ​ຕ່າງ​ກັນ​​ໃນ​ນະຄອນ Zaranj. ພາຍ​ຫລັງຖືກ​ຕຳຫລວດ​ພົບ​ເຫັນ, 3 ຄົນ​​ໃນກຸ່ມ​ກໍ​ການ​ຮ້າຍ​ດັ່ງກ່າວ​ຖືກ​ຕຳ​ຫລວດ​ຍິງ​ຕາຍ ​ແລະ ຈຳນວນ​ຜູ້​ຖືກ​ເສຍ​ຊີ​ວີ​ດອາດ​ຈະ​ເພີ່ມ​ຂຶ້ນ​ສູງ ​ເພາະ​ປະຈຸ​ບັນ​ຍັງ​ມີ​ຫລາຍ​ຄົນ​ຖືກບາດ​​ເຈັບ​ສາຫັດ. ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ພຽງ​ມື້ຫນຶ່ງ​ພາຍຫລັງ​ເຈົ້າ​ຫນ້າ​ທີ່​ທ້ອງ​ຖິ່ນ​ດຳ​ເນີນ​ການ​ປິດ​ລ້ອມ​ຈັບຕົວ​ບັນດາ​ຜູ້​ຖືກ​ສົງ​​ໄສ​ວາງ​ແຜນ​ບຸກ​ໂຈມ​ຕີ​ກໍ​ກາຍ​ຮ້າຍ​ຢູ່​ເຂດ​ນີ້. ປະຈຸ​ບັນ ບໍ່​ທັນ​​ເຫັນ​ອົງການ​ ​ແລະ ບຸກຄົນ​ໃດກ່າວ​ຮັບຜິດຊອບ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ, ​ແຕ່​ວົງ​ການ​ເຈົ້າ​ຫນ້າ​ທີ່ ອາບ​ກາ​ນິສະຖານ​ຖື​ວ່າ: ພວກ​ກະບົດ Taliban ​ແມ່ນ​ຕົວ​ການ​ກໍ່​ໃຫ​້​ເກີດ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ