ການສົ່ງອອກຂອງຫວຽດນາມເຖິງChileເພີ່ມຂຶ້ນຍ້ອນFTA

ການສົ່ງອອກຂອງຫວຽດນາມເຖິງChileເພີ່ມຂຶ້ນຍ້ອນFTA - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ຈີ​ເລ
(ພາບ: vietnamplus.vn)

(vovworld) - ການ​ແລກ​ປ່ຽນການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ Chile ໃນ 8 ເດືອນ​ຕົ້ນ​ປີນີ້​ບັນ​ລຸ​ກ່​ວາ 540 ລ້ານ USD, ເພີ່ມ​ຂຶ້ນ 55% ເມື່ອ​ທຽບ​ໃສ່​ປີ 2013, ໃນ​ນັ້ນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ​ກ່​ວາ 302 ລ້ານ USD. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດ​ນາມ ບັນ​ລຸ​ສ່ວນ​ເກີນ ໃນ​ການ​ແລກ​ປ່ຽນ​ການ​ຄ້າ​ກັບ​ປະ​ເທດ ອາ​ເມ​ລິ​ກາ​ໃຕ້​ ນີ້. ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ຈີ​ເລ ​ທີ່ຫາກໍ່​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ Santiago ຂອງ Chile ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ເລື່ອງ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ 2 ປະ​ເທດ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​​ວິ​ວັດ​ການ​ລະ​ອຽດ ໃຫ້​ແກ່​ເລື່ອງ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກເພື່ອ​ໃຫ້​ສິນ​ຄ້າ 2 ຝ່າຍ​ໄດ້​ສຳ​ຜັດ​ເຂົ້າ​ຕະຫຼາດ​ຂອງ​ກັນ. 2 ຝ່າຍກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນມະ​ນຸດ, ການ​ລ້ຽງ​ປາ​ຊາ​ມອນ, ເຕັກ​ໂນ​ໂລ​ຢີ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ຂົງ​ເຂດ​ອື່ນໆ​ອີກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ເຊັນ​ບັນ​ດາ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ ແລະ Chile ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ສິນ​ໃນ​ນ້ຳ ຂອງ 2 ປະ​ເທດ​ເຊື່ອມ​ຊຶມ​ເຂົ້າ​ຕະຫຼາ​ດ​ຂອງ​ກັນ.


ຂ່າວ/ບົດ​ອື່ນ