(vovworld) - ການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ໄດ້ສິ້ນສຸດລົງຢູ່ ວໍຊິງຕັນ ດີຊີ ໃນຕອນເຊົ້າວັນທີ 12/7 (ຕາມເວລາ ຫວຽດນາມ). ດ້ວຍບັນດາວາລະປຶກສາຫາລືທີ່ກົງໄປກົງມາ, ຊື່ຕົງ ແລະ ມີລັກສະນະສ້າງສັນ, 2 ຝ່າຍບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າສົນໃຈໃນຄວາມມານະພະຍາຍາມຮັດແຄບຄວາມບໍ່ລົງລອຍກັນ ແລະ ເປີດກ້ວາງການຮ່ວມມື. ໃນບົດກ່າວປາໄສທີ່ພິທີໄຂ, ທ່ານຄະນະກຳມະການລັດຖະບານ ຈີນ ຢ່າງຈິວຈື໋ ໃຫ້ຮູ້ວ່າ: 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ບັນດາໝາກຜົນສຳຄັນ ແລະ ຕັ້ງໜ້າຫຼາຍຢ່າງ. ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໄດ້ປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບບັນດາມາດຕະການຊຸກຍູ້ການກໍ່ສ້າງຮູບແບບພົວພັນແບບໃໝ່ ລະຫວ່າງບັນດາປະເທດມະຫາອຳນາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຊຸກຍູ້ການພົວພັນຢູ່ ອາຊີ - ປາຊີຟີກ ແລະ ເປີດກ້ວາງການຮ່ວມມື ໃນບັນດາບັນຫາທົ່ວໂລກຄືການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ. ພິເສດ, ເປັນຄັ້ງທຳອິດ ໃນບັນດາການສົນທະນາຍຸດທະສາດ ອາເມລິກາ - ຈີນ ໄດ້ຈັດຕັ້ງວາລະປະຊຸມຮ່ວມກ່ຽວກັບບັນດາບັນຫາພະລັງງານ. 2 ຝ່າຍພ້ອມກັນດຳເນີນບັນດາການປຶກສາຫາລືຢ່າງເລິກເຊິ່ງ ກ້ວາງຂວາງ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ ແລະ ບັນດາຄວາມສົນໃຈຍຸດທະສາດ, ໃນນັ້ນມີມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ. ກ່ຽວກັບພາກພື້ນ ອາຊີ ຕາເວັນອອກ, 2 ຝ່າຍໃຫ້ຄຳໝັ້ນສັນຍາຢັ້ງຢືນຄວາມມານະພະຍາຍາມປອດນິວເຄຼຍ ໃນແຫຼມ ເກົາຫຼີ, ເປັນເອກະສັນກັນຖືວ່າ: ຄວາມມານະພະຍາຍາມສ້າງຮູບແບບພົວພັນແບບໃໝ່ລະຫວ່າງບັນດາປະເທດມະຫາອຳນາດຕ້ອງເລີ່ມຕົ້ນແຕ່ພາກພື້ນ ອາຊີ - ປາຊີຟິກ ແລະ ຕົກລົງຈັດຕັ້ງການທາບທາມຄວາມເຫັນກ່ຽວກັບພາກພື້ນນີ້ໃນລະດູໃບໄມ້ຫລົ່ນປີນີ້.