ການສວນສະໜາມຢູ່ ຢູແກຼນໃນວັນປະກາດ ເອກະລາດ

(ພາບ: AFP/TTXVN)
(vovworld) -ເປັນຄັ້ງທຳອິດໃນ 5 ປີຜ່ານມາ, ຢູແກຼນໄດ້ຈັດການສວນສະໜາມໃນວັນປະກາດເອກະລາດຄືວັນທີ 24/8. ກ່າວຄຳເຫັນກ່ອນການສວນສະໜາມ, ປະທານາທິບໍດີຢູແກຼນ Petro Poroshenko ປະກາດຈະສະຫງວນຈຳນວນເງິນ 3 ຕື້ໂດລາສະຫະລັດເພື່ອປະກອບອາວຸດຄືນໃໝ່ໃຫ້ແກ່ກອງທັບໃນ 3 ປີຈະມາເຖິງ. ຈຳນວນເງິນເຫຼົ່ານີ້ຈະຖືກນຳໃຊ້ເພື່ອຊື້ເຮືອບິນ, ກຳປັ່ນສູ້ຮົບ ແລະ ເຮືອບິນເອລີກອບແຕ. ໃນການກະທຳທີ່ຖືກຖືວ່າເພື່ອແນໃສ່ເຢາະເຢີ້ຍການສວນສະໜາມໂດຍ ກີແອບ ຈັດຕັ້ງຂຶ້ນນັ້ນ, ຝ່າຍຮຽກຮ້ອງຫັນພາກຕາເວັນອອກຢູແກຼນເປັນສະຫະພັນ ໄດ້ນາບຂູ່ຈັດເຫດການເຊັ່ນດຽວກັນ ດ້ວຍການເຂົ້າຮ່ວມຂອງບັນດາທະຫານຢູແກຼນ ທີ່ພວມຖືກກຳລັງນີ້ຈັບຕົວຄຸມຂັງ. ຢູ່ສະໜາມຫຼວງເລນິນ ທີ່ນະຄອນ Donetsk ຂຶ້ນກັບພາກຕາເວັນອອກຢູແກຼນ, ກຳລັງຮຽກຮ້ອງຫັນເປັນສະຫະພັນ ໄດ້ສະແດງສິ່ງທີ່ເຂົາເຈົ້າຢັ້ງຢືນວ່າແມ່ນອາວຸດທີ່ຍຶດໄດ້ຈາກກຳລັງທະຫານລັດຖະບານຢູແກຼນ, ລວມມີປືນຈັກ ແລະ ລົດຫຸ່ມເກາະ./.