ທ່ານນາງ Clare Pierangelo
ພາບ:internet
|
(vovworld)-ຕອນເຊົ້າວັນທີ 26/8,ຢູ່ ຮ່າໂນ້ຍ, ກະຊວງຍຸຕິທຳ ສົມທົບກັບອົງການພັດທະນາສາກົນ ອາເມລິກາ USAID ຈັດຕັ້ງກອງປະຊຸມສະຫລຸບໂຄງການຫນູນຊ່ວຍການປະຕິບັດກົດໝາຍ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ຈຸດໝາຍຂອງໂຄງການແມ່ນປະກອບສວ່ນຫນູນຊ່ວຍຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະ ກາຍເປັນຄູ່ຮ່ວມມືດ້ານການຄ້າທີ່ໄວ້ເນື້ອເຊື່ອໃຈ ຈາກນັ້ນນຳມາເຊິ່ງຜົນປະໂຫຍດໃຫ່ແກ່ປະຊາຊົນ, ວິສາຫະກິດຫວຽດນາມ ກໍຄື ບັນດາຄູ່ຮ່ວມມືດ້ານການຄ້າ. ກ່າວຄຳເຫັນທີ່ພິທີສະຫລຸບໂຄງການ, ທ່ານນາງ Clare Pierangelo ອຸປະທູດຊົ່ວຄາວ ສະຫະລັດອາເມລິກາ ປະຈຳຫວຽດນາມ ເນັ້ນຫນັກວ່າ:
“ສະພາແຫ່ງຊາດ, ຫ້ອງການລັດຖະບານ ແລະ ກະຊວງຍຸຕິທຳແມ່ນບັນດາອົງການນຳຫນ້າໃນການຍົກສູງລັກສະນະໂປ່ງໃສຂອງລະບົບກົດໝາຍ ແລະ ໄດ້ນຳໃຊ້ການຫນູນຊ່ວຍຂອງໂຄງການດັ່ງກ່າວຢ່າງມີປະສິດທິຜົນ. ກ່ອນນີ້ ຂໍ້ມູນຂ່າວສານດ້ານກົດໝາຍຍັງຂາດແຄນ, ປະຈຸບັນ ຂໍ້ມູນຂ່າວສານດັ່ງກ່າວໄດ້ຮັບການປະກາດຢ່າງກວ້າງຂວາງທາງອິນເຕີແນັດແລ້ວ ແລະ ເອກະສານນິຕິກຳທັງໝົດໄດ້ຮັບການປະກາດຢ່າງກວ້າງຂວາງ ແລະ ຮັບເອົາຄຳເຫັນຈາກປະຊາຊົນຢ່າງເປີດເຜີຍ.”