ການາດາຮຽກຮ້ອງໃຫ້ຈີນປ່ອຍຕົວພົນລະເມືອງ 2 ຄົນຂອງປະເທດນີ້

(VOVWORLD) -ວັນທີ 21 ທັນວາ, ທ່ານນາງລັດຖະມົນຕີການຕ່າງປະເທດການາດາ Chrytia Freeland ໄດ້ຮຽກຮ້ອງໃຫ້ຈີນ ປ່ອຍຕົວພົນລະເມືອງການາດາ 2 ຄົນ, ນັ້ນແມ່ນ ທ່ານ Michael Kovrig ແລະ ທ່ານ Michael Spavor ຢ່າງເປັນທາງການ.

ໃນແຈ້ງການທີ່ຫາກໍ່ປະກາດ, ທ່ານນາງ Chrytia Freeland ສະແດງໃຫ້ເຫັນວ່າ: “ພວກຂ້າພະເຈົ້າມີຄວາມວິຕົກກັງວົນຕໍ່ເລື່ອງ ຈີນ ຈັບຕົວພົນລະເມືອງການາດາ 2 ຄົນໃນຕົ້ນເດືອນທັນວາ ນີ້ ແລະ ຮຽກຮ້ອງໃຫ້ປ່ອຍຕົວພົນລະເມືອງດັ່ງກ່າວໂດຍທັນທີ”.

        ພົນລະເມືອງການາດາ 2 ຄົນຖືກຈີນ ຈັບຕົວໃນອາທິດກ່ອນ ຍ້ອນຖືກສົງໄສວ່າ “ກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງແຫ່ງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ