ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູຫວຽດນາມ20/11
ການເຄື່ອນໄຫວສະເຫຼີມສະຫຼອງວັນຄູຫວຽດນາມ ຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ
(vovworld) – ວັນທີ 17/11, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງຮຽນມັດທະຍົມຕອນຕົ້ນ ບັກຫຼີ, ເມືອງ ຫຼີເຍີນ, ແຂວງ ຮ່ານາມ, ບ້ານເກີດເມືອງນອນຂອງຂະບວນການສອນດີຮຽນເກັ່ງ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ໂຮງຮຽນ.
ວັນທີ 17/11, ຢູ່ເມືອງ ຊອກເຊີນ, ຮ່າໂນ້ຍ, ໂຮງຮຽນມັດທະຍົມຕອນປາຍ ດາຟຸກ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 3. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອວຍພອນໃຫ້ໝູ່ຄະນະຄູອາຈານ, ພະນັກງານໂຮງຮຽນເນື່ອງໃນໂອກາດວັນຄູ ຫວຽດນາມ 20/11.
ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຖາບັນການເງິນ ແລະ ຕ້ອນຮັບຫຼຽນໄຊ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢັ້ງຢືນວ່າ: ສະຖາບັນການເງິນ ແມ່ນຮາກຖານສຶກສາບຳລຸງສ້າງຂັ້ນມະຫາວິທະຍາໄລ, ຫຼັງມະຫາວິທະຍາໄລອັນດັບໜຶ່ງກ່ຽວກັບຂົງເຂດການເງິນພາຍໃນປະເທດ, ມີອິດທິພົນ ຊື່ສຽງໃນພາກພື້ນ ແລະ ໂລກ.
ໃນຂະນະນັ້ນ, ນັກສຶກສາ ຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງລັດເຊຍ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານຫວຽດນາມ.