ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ - ảnh 1
(ອ້າຍ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ,
ປະ​ທານສະ​ຫະ​ສະ​ມາ​ຄົມ​ຊາວ​ໜ​ຸ່ມ​ຫວຽດ​ນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 12/09, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ ​ແນະ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 60 ປີແຫ່ງວັນ​ມ​ູນ​ເຊື້ອສະ​ຫະ​​ພັນຊາວ​ໜ​ຸ່ມ​ຫວຽດ​ນາມ (15/10/1956 – 15/10/2016). ດ້ວຍ​ຫົວ​ຂໍ້ “ເອກ​ອ້າງ​ຖະ​ນົງ​ໃຈ​ຊາວ​ໜຸ່ມ​ຫວຽດ​ນາມ”, ບັ​ນ​ດາ​ການ​ເຄື່ອນ​ໄຫວ​ຂໍ່​າ​ນັບ​ຊົມ​ເຊີຍເນ​ື່ອງ​ໃນໂອ​ກາດສະ​ເຫຼີມ​ສະ​ຫຼອງ 60 ປີແຫ່ງວັນ​ມ​ູນ​ເຊື້ອສະ​ຫະ​​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ຈະ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 05/09 – 15/10. ອ້າຍ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ, ປະ​ທານສະ​ຫະ​ສະ​ມາ​ຄົມ​ຊາວ​ໜ​ຸ່ມ​ຫວຽດ​ນາມ, ໃຫ້​ຮູ້​ວ່າ.

        “ບັນ​ດາ​ການ​ເຄື່ອນ​ໄຫວຂໍ່​າ​ນັບ​ຊົມ​ເຊີຍເນ​ື່ອງ​ໃນໂອ​ກາດສະ​ເຫຼີມ​ສະ​ຫຼອງ 60 ປີແຫ່ງວັນ​ມ​ູນ​ເຊື້ອສະ​ຫະ​​ພັນ​ ຈະ​ສືບ​ຕໍ່​ໂຄ​ສະ​ນາ​ໃນ​ໝ​ູ່​ສະ​ມາ​​ຊິກ​ຊາວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ຊາວ​ໜຸ່ມຫວຽດ​ນາມ ແລະ ສະ​ຫະ​​ພັນຊາວ​ໜ​ຸ່ມ​ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈະ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ສະ​ຫະ​ພັນ, ຊາວ​ໜຸ່ມ​ມີ​ຄວາມ​ເອກ​ອ້າງ​ຖະ​ນົງ​ໃຈ​ຕໍ່​ປະ​ຫວັດ​ສາດ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ມູນ​ເຊື້ອປະ​ຕິ​ວັດ​ຂອງ​ຊາວ​ໜຸ່ມ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ຊາວ​ໜ​ຸ່ມ​ຫວຽດ​ນາມ; ສຶກ​ສາ​ໃຫ້​ຊາວ​ໜຸ່ມ​ມີ​ສະ​ຕິປືນ​ຕົວ​ຂຶ້ນກໍ່​ຮ່າງ​ສ້າງ​ຕົວ, ສ້າງ​ສາ​ປະ​ເທດ​ຊາດ, ບົກ​ສ​ູງ​ຈິດ​ໃຈ​ອາ​ສາ​ສະ​ໝັກ​ເພື່ອຊີ​ວິດ​ສັງ​ຄົມ​, ເພື່ອ​ຊີ​ວິດ​ຂອງ​ປະ​ຊາ​ຄົມ. ພ້ອມ​ທັງ, ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ, ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ຂະ​ບວນ​ການ​ ຂ້າ​ພະ​ເຈ​ົ້​ນ​ຮັກ​ປະ​ເທດ​ຊາດ, ປັບ​ປຸງ​ລະ​ບົບ​ພື້ນ​ຖານ​​ຂອງ​ສະ​ຫະ​ພັນ ແລະ ຍົກ​ສູງ​ກຳ​ລັງ​ແຮງຂອງ​ສະ​ຫະ​ພັ​ນ”

ຂ່າວ/ບົດ​ອື່ນ