ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານໂຮ່ຈິມິນ
(ພາບ: baomoi.com)
(vovworld)- ເນື່ອງໃນໂອກາດສະເລີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ຕອນເຊົ້າວັນທີ 17/5, ຢູ່ນະຄອນໂຮ່ຈິມິນ, ສະຫະພັນແຮງງານນະຄອນ ໄດ້ຈັດກອງປະຊຸມສະຫລຸບ, ຍ້ອງຍໍຊົມເຊີຍໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ມີ 130 ໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນ ໄດ້ຮັບການຍ້ອງຍໍຊົມເຊີຍ ເປັນແບບຢ່າງໃນການປະຕິບັດການຂົນຂວາຍ ແລະ ປະຕິບັດຕາມແນວຄິດ, ແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ປີ 2013.
ແລະ ກໍ່ໃນຕອນເຊົາຂອງວັນດຽວກັນ, ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂງານວາງສະແດງຮູບພາບດ້ວຍຫົວເລື່ອງ “ໂຮ່ຈິມິນຊື່ເພິ່ນງາມກວ່າໝູ່“ ແລະ “ແບບຢ່າງຄຸນສົມບັດປະທ່ານໂຮ່ຈິມິນ“. ທ່ານຮິງແທງຫາຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ອົງຄະນະພັກນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈິມິນ ໄດ້ວາງອອກທິດນຳຕັ້ງໜ້າຮ່ຳຮຽນ, ມານະພະຍາຍາມປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ສະນັ້ນ, ງານວາງສະແດງກ່ຽວກັບລຸງໂຮ່ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງນະຄອນ ເພື່ອແນໃສ່ໂຄສະນາ, ສຶກສາອົບຮົມກ່ຽວກັບແບບຢ່າງຂອງລຸງໂຮ່. ສິ່ງດັ່ງກ່າວຈະປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“.