ວັດ ເຈືອງຊາເລີ້ນ ທີ່ເມືອງເກາະ ເຈືອງຊາ ແຂວງ ແຄ້ງຮ່ວາ
|
(Vovworld) - ວັນທີ 21/8, ກົງກັບວັນເພັງເດືອນ 7 ໄລຕາມຈັນທະປະຕິທິນຫວຽດນາມ. ນີ້ແມ່ນວັນ ເພື່ອສະແດງຄວາມຮູ້ບູນຄຸນຕໍ່ພໍ່ແມ່, ປູຍ່າຕາຍາຍ, ບັນພະບຸລຸດ, ຊຶ່ງຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ກ່ຽວກັບຄວາມໝາຍຂອງວັນເພັງເດືອນ 7 , ພະອາຈານມະຫາ ທິກບາວງຽມ ຮອງປະທານສະພາບໍລິຫານງານສູນການສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ :
“ ໃນພຸດທະສາສະໜາ, ວັນເພັງເດືອນ 7 ແມ່ນວັນເພື່ອສະແດງຈິດໃຈຂອງມະນຸດໂດຍມຸ່ງໄປສູ່ບັນພະບຸລຸດ, ປູຍ່າຕາຍາຍ , ພໍ່ແມ່ ເພື່ອພາວະນາແກ່ດວງວິນຍານບັນດາຜູ້ທີ່ໄດ້ລວງລັບໄປ. ວັນນີ້ ກໍແມ່ນເພື່ອສຶກສາອົບຮົມມູນເຊື້ອ ສິນລະທຳຂອງຊາວຫວຽດນາມ, ເພາະ ປູຍ່າຕາຍາຍໄດ້ໃຫ້ກຳເນີດ ພໍ່ແມ່ ແລະ ກຳເນີດເຮົາ ”
ແລະ ກໍໃນຕອນເຊົ້າວັນດຽວກັນ, ຢູ່ວັດ ເຈືອງຊາເລີ້ນ ທີ່ເມືອງເກາະ ເຈືອງຊາ ແຂວງ ແຄ້ງຮ່ວາ ກໍໄດ້ຈັດບຸນ ວັນເພັງເດືອນ 7 ແລະ ພິທີສວດມົນພາວະນາແກ່ດວງວິນຍານບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເຂດທະເລ ໝູ່ເກາະຂອງປະເທດຊາດ. ພະອາຈານໃຫຍ່ ທິກຢາກເງັ້ຍ ເຈົ້າອະທິການວັດເຈືອງຊາເລີ້ນ ໃຫ້ຮູ້ວ່າ :
“ ອ້າຍນ້ອງນັກຮົບໄດ້ມາຮ່ວມຢ່າງຫຼວງຫຼາຍ ເພື່ອພາວະນາ ໃຫ້ພໍ່ແມ່ຜູ້ທີ່ຍັງມີຊີວິດໃຫ້ມີສຸຂະພາບແຂງແຮງ, ພ້ອມທັງພາວະນາໃຫ້ດວງວິນຍານຂອງ ພໍ່ແມ່ ນັກຮົບຜູ້ທີ່ໄດ້ລວງລັບໄປ ແລະ ດວງວິນຍານບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເຂດທະເລ ໝູ່ເກາະຂອງປະເທດຊາດ ”