ການເຄື່ອນໄຫວໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 29 ຕຸລາ 2012 | 15:09:54 (ພາບ:thanhnien.com.vn) (VOV)- ຕອນເຊົ້າວັນທີ 29/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ກວດຢັ້ງຢືນຮ່າງກົດໝາຍສຳຄັນບາງສະບັບຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການໄກ່ເກ່ຍປອດດອງຮາກຖານ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ….ຮ່າງກົດໝາຍວ່າດ້ວຍທີ່ດິນຈະຖືກປັບປຸງຕາມທິດເພີ່ມເຕີມບັນດາຂໍ້ກຳນົດໃໝ່ກ່ຽວກັບລາຄາທີ່ດິນ, ຊົດເຊີຍທີ່ດິນ. ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍໂດຍກະຊວງຕຳຫຼວດຫວຽດນາມ ຮຽບຮຽງໄດ້ຖືກຍົກມາປຶກສາຫາລື, ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດທີ່ກອງປະຊຸມຄັ້ງນີ້ຍ້ອນວ່ານີ້ແມ່ນຮ່າງກົດໝາຍໃຫ່ຍ, ສັບສົນ, ສະດຸ້ງໄວໃນສະພາບການໂລກປະຈຸບັນ. ຈາກນັ້ນຈະຊ່ວຍໃຫ້ການປັບປຸງຮ່າງກົດໝາຍໃຫ້ສອດຄ່ອງກັບໂລກ. ໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ. ການເອົາລົງຄະແນນສຽງໄວ້ວາງໃຈຈະຖືກດຳເນີນໄປເປັນປະຈຳຕາມຮູບການປ່ອນບັດລັບ. ສະພາແຫ່ງຊາດຈະຮັບເອົສບັດໄວ້ວາງໃຈສຳລັບບັນດາຕຳແໜ່ງສຳຄັນຄື: ປະທານສະພາແຫ່ງຊາດ, ບັນດາຮອງປະທານສະພາແຫ່ງຊາດ, ປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ….ລວມ 49 ຕຳແໜ່ງ. ສຳລັບການປ່ອນບັດໄວ້ວາງໃຈພຽງແຕ່ດຳເນີນສຳລັບບັນດາຜູ້ໄດ້ຮັບຄວາມໄວ້ວາງໃຈໃນລະດັບຕ່ຳຢູ່ຮອບລົງຄະແນນສຽງໄວ້ວາງໃຈເທົ່ານັ້ນ. ບັນດາຄຳເຫັນໄດ້ເຫັນດີສູງເລື່ອງລົງຄະແນນສຽງໄວ້ວາງໃຈຈະຖືກດຳເນີນປະຈຳປີຕາມຮູບການປ່ອນບັດລັບ. ແຕ່ເຖິງຢ່າງໃດກໍ່ຕາມ, ກ່ຽວກັບບັນດາລະດັບຕີລາຄາໃນບັດໄວ້ວາງໃຈກໍ່ຍັງມີຫຼາຍຄຳເຫັນແຕກຕ່າງກັນ. ທ່ານ Tran Dinh Nha ສະມາຊິກສະພາແຫ່ງຊາດແຂວງ Thua Thien Hue ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຄິດວ່າ ການປ່ອນບັດໄວ້ວາງໃຈມີພຽງ 2 ຂໍ້ ເທົ່ານັ້ນ, ຍັງມີຄວາມໄວ້ວາງໃຈຫລືວ່າບໍ່ມີຄວາມໄວ້ວາງໃຈ. ແຕ່ພວກເຮົາໄດ້ຍົກອອກ 4 ຂໍ້: ຄວາມໄວ້ວາງໃຈສູງ, ປານກາງ, ຕ່ຳ ແລະ ບໍ່ມີຄຳເຫັນ. ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ອນບັດຄືນໃໝ່ສຳລັບຜູ້ມີບັດໄວ້ວາງໃຈຕ່ຳ, ບໍ່ຕ້ອງລໍຖ້າອີກປີໜຶ່ງ“ Tag ລົງຄະແນນສຽງ ໄວ້ວາງໃຈ ຂ່າວ/ບົດອື່ນ ກາງເດືອນເມສາປີນີ້, ຫວຽດນາມຈະຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານຄົນ ງານບຸນມອດໄຟເພື່ອຕອບສະໜອງ ໂມງໜ່ວຍໂລກ ປະທານປະເທດ ຫວໍວັນເຖືອງ ພົບປະສັງສັນກັບບັນດາອະດິດການນຳຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ
ແບບຢ່າງຊາວໜຸ່ມດີເດັ່ນໃນການກໍ່ສ້າງຮູບແບບກະສິກຳ ເພື່ອປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ