ການເຈລະຈາຄັ້ງທີ 6 ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ
ສືບຕໍ່ຖືກປະລາໄຊ
(ພາບ: TTXVN)
(vovworld) - ວັນທີ 25/07, ຮອບເຈລະຈາຄັ້ງທີ 6 ຂັ້ນນັກວິສາການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກ່ຽວກັບເລື່ອງເປີດເຂດອຸດສາຫະກຳ Kaesong ຄືນໃໝ່ບໍ່ໄດ້ຮັບຜົນ. ພາຍຫຼັງສິ້ນສຸດຮອບເຈລະຈາ, ຫົວໜ້າຄະນະເຈລະຈາ ສປປ.ເກົາຫຼີ Park Chol su ໃຫ້ຮູ້ວ່າ ຖ້າຫາກການເຈລະຈາກັບສ.ເກົາຫຼີ ຖືກປະລາໄຊ, ພຽງຢາງ ຈຳເປັນຕ້ອງຜັນຂະຫຍາຍກຳລັງທະຫານເຖິງເຂດອຸດສາຫະກຳລວມນີ້, ພ້ອມທັງຕຳນິຕິຕຽນຝ່າຍ ສ.ເກົາຫຼີ ບໍ່ປະນິປະນອມ ພາໄປເຖິງການເຈລະຈາບໍ່ໄດ້ຮັບຜົນ. ທ່ານ Park Chol su ເນັ້ນໜັກວ່າ ພຽງຢາງ ສາມາດໃຫ້ເຂດອຸດສາຫະກຳດັ່ງກ່າວເຄື່ອນໄຫວດ້ວຍຕົນເອງ ຫາກບໍ່ຕ້ອງໄດ້ຮັບການໜູນຊ່ວຍຈາກຝ່າຍເຊີອຸນ. ເພື່ອຕອບຄືນ, ຫ້ອງການໂຄສົກກະຊວງທ້ອນໂຮມປະເທດເປັນເອກະພາບ ສເກົາຫຼີ ໄດ້ຍົກອອກຖະແຫຼງການດ່ວນໂດຍຖືວ່າ ຄຳຖະແຫຼງຂອງສປປ.ເກົາຫຼີ ກ່ຽວກັບການເຈລະຈາຖືກປະລາໄຊ “ແມ່ນໜ້າເສຍດາຍ”, ພ້ອມທັງກາວເຕື່ອນວ່າ ຖະແຫຼງດັ່ງກ່າວອາດສົ່ງຜົນສະທ້ອນບໍ່ດີເຖິງເຂດອຸດສາຫະກຳ Kaesong.