ການເລືອກຕັ້ງສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນເສີມຂະຫຍາຍປະຊາທິປະໄຕ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນເສີມຂະຫຍາຍປະຊາທິປະໄຕ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​
ທີ່ກອງ​ປະ​ຊຸມ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 18/7, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ ສະ​ຫລຸບ​ວຽກ​ງານ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ເພື່ອ​ຕີ​ລາ​ຄາ​ຢ່າງ​ຄົບ​ຖ້ວນ, ຮອບ​ດ້ານ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016-2021. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ.

ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ້​ເນັ້ນ​ຫນັກ​ເຖິງ​ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທັງ​ອາ​ຍຸ​ການ ແລະ ປີ 2016. ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ ຢືນ​ຢັນ: ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ ແມ່ນ​ປະ​ຖົມ​ປັດ​ໄຈ ເພື່ອ​ສືບ​ຕໍ່​ກໍ່ສ້າງ, ປັບ​ປຸງ ແລະ ສ້າງ​ສຳ​ເລັດ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ​ເພື່ອ​ປະ​ຊາ​ຊົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕີ​ລາ​ຄາ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ຂອງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016-2021 ດຳ​ເນີນ​ໃນ​ວັນ​ທີ 22/5 ຜ່ານ​ມາ.

        “ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ໃນ​ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ, ສະ​ເຫມີ​ພາບ, ຖືກ​ຕ້ອງ​ກັບ​ກົດ​ໝາຍ, ປອດ​ໄພ, ແມ່ນ​ວັນ​ບຸນ​ຂອງ​ທັງ​ປະ​ເທດ, ແມ່ນ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ທົ່ວ​ພັກ, ທົ່ວ​ປະ​ຊາ​ຊົນ ແລະ ທົ່ວ​ກອງ​ທັບ. ຜົນ​ສຳ​ເລັດ​ການ​ເລືອກ​ຕັ້ງ​ອີກ​ຄັ້ງ​ຫນຶ່ງ​ໄດ້​ຢືນ​ຢັນ​ເຖ​ິງ​ສະ​ຕິ​ດ້ານ​ການ​ເມືອງ, ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ ແລະ ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ການ​ຄ​ຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລັດ, ຢືນ​ຢັນ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ແລະ ຈິດ​ໃຈ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ