ການ​ເລືອກ​ຕັ້ງອາ​ເມ​ລິ​ກາ 2020: ຜູ້​ສະໝັກ​ເລືອກ​ຕັ້ງ Joe Biden ​​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ທ່ານ​ນາງ Hillary Clinton

(VOVWORLD) -ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ Joe Biden ຜ່່ານທາງອອນລາຍ, ວັນທີ 28 ເມສາ, ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ສະແດງການສະໜັບສະໜູນຕໍ່ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕຢ່າງເປັນທາງການ.
ການ​ເລືອກ​ຕັ້ງອາ​ເມ​ລິ​ກາ 2020: ຜູ້​ສະໝັກ​ເລືອກ​ຕັ້ງ Joe Biden ​​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ທ່ານ​ນາງ Hillary Clinton - ảnh 1 ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clintonແລະຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ Joe Biden (ພາບ: AFP/TTXVN)

ດັ່ງນັ້ນ, ທ່ານນາງ Hillary Clinton ໄດ້ກາຍເປັນບຸກຄົນໃໝ່ຫຼ້າສຸດໃນວົງການການນໍາພັກປະຊາທິປະໄຕທີ່ສະແດງການສະໜັບສະໜູນສໍາລັບການຊ່ວງເສັງເຂົ້າທໍານຽບຂາວຂອງທ່ານ Joe Biden. ຜ່ານການສັງເກດສາມາດເຫັນໄດ້ວ່າການສະໜັບສະໜູນທີ່ທ່ານນາງ Hillary Clinton ມີຕໍ່ທ່ານ Joe Biden ບໍ່ມີຫຍັງເປັນໜ້າປະຫຼາດໃຈ, ເພາະວ່າທ່ານອະດີດຮອງປະທານາທິບໍດີ ແນ່ນອນວ່າແມ່ນຜູ້ອອກສະໝັກເລືອກຕັ້ງຄົນສຸດທ້າຍຂອງພັກປະຊາທິປະໄຕ ໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກຈະມາເຖິງ. ເຖິງຢ່າງໃດກໍຕາມ, ການສະໜັບສະໜູນຂອງທ່ານນາງ Hillary Clinton   ຈະຊ່ວຍໃຫ້ທ່ານ Joe Biden ໄດ້ຮັບການສະໜັບສະໜູນເພີ່ມເຕີມຫຼາຍພໍສົມຄວນ. ພາຍຫຼັງຖືກປະລາໄຊຕໍ່ທ່ານ Donald Trump ໃນການເລືອກຕັ້ງປະທານາທິບໍດີ ເມື່ອປີ 2016, ເຊິ່ງປັດຈຸບັນທ່ານນາງ Hillary Clinton   ຍັງຄົງດຶງດູດຖັນແຖວຜູ້ສະໜັບສະໜູນຕົນເອງໄດ້ເປັນຈໍານວນຫຼາຍ ແລະ ໃນນັ້ນແມ່ນຜູ້ມີສິດເລືອກຕັ້ງທີ່ເປັນເພດຍິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ