ການແຫ່ຂະບວນປະທ້ວງ ຢູ່ ອີຢີບ ຄັດຄ້ານ ຄຳຕັດສິນຂອງສານ

ການແຫ່ຂະບວນປະທ້ວງ   ຢູ່ ອີຢີບ ຄັດຄ້ານ      ຄຳຕັດສິນຂອງສານ - ảnh 1
ປະຊາຊົນ ອີຢີບ ແຫ່ຂະບວນປະທ້ວງຄັດຄ້ານຄຳຕັດສິນຂອງສານ
ພາບ:tintuc.vnn.vn


(vovworld) - ວັນ​ທີ 2/6, ພາຍຫລັງ​ສິ້ນ​ສຸດ​ສານ​ພິພາກສາ​ອະ​ດີດປະທານາທິບໍດີ Hosni Mubarak  ​ແລະ ບັນດາຜູ້​ຮ່ວມ​ງານ, ການ​ແຫ່​ຂະ​ບວນປະ​ທ້ວງ ​ໄດ້​ເກີດ​ຂຶ້ນຢູ່​ຫລາຍ​ແຫ່ງ​ໃນ​ປະ​ເທດ ອີ​ຢີບ ​ເພື່ອ​ຄັດຄ​້ານຄຳ​ຕັດສິນ​ຂອງ​ສານ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນໆ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່ ສະຫນາມ​ຫລວງ​ໃຈກາງ Tahrir ຂອງ​ນະຄອນຫລວງ ອີ​ຢີບ ​ເພື່ອ​ຄັດຄ​້ານຄຳ​ຕັດສິນ​ຂອງ​ສານ. ບັນດາ​ຜູ້​ຄົນ​ເຫົຼ່ານັ້ນ ຖື​ວ່າ: ພວກ​ຈຳ​ເລີຍ​ຕ້ອງ​ຖືກ​ຕັດສິນ​​ລົງ​ໂທດດ້ວຍ​ລະດັບ​ສູງ​ກວ່າ.​ ​ໃນ​ຂະນະ​ນັ້ນ ຢູ່​ ກຳ​ແພງ Alexandria ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ສິບ​ພັນ​ຄົນ ​ກໍເຕົ້າ​ໂຮມ​ຢູ່​ຕໍ່ຫນ້າ​ວິຫານ Kead Ibrahim ​ເພື່ອ​ຄັດຄ​້ານຄຳ​ຕັດສິນ​ຂອງ​ສານ. ມີ​ກຸ່ມ​ການ​ເມືອງຫລາຍ​ກຸ່ມ ​ໄດ້​ປະກາດ​ເຈດ​ຈຳນົງ​ຢາກ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄື: ກຸ່ມ​ອ້າຍ​ນ້ອງ​ມຸດ​ສະ​ລີ​ມ, ຂະ​ບວນການ ວັນ​ທີ 6/4, ພັນ​ທະ​ມິດ​ຊາວ​ຫນຸ່ມ​ປະຕິວັດ.

Pham Huan ນັກ​ຂ່າວ VOV ປະຈຳ​ອີ​ຢີບ

ຂ່າວ/ບົດ​ອື່ນ