ການໜູນຊ່ວຍງົບປະມານໃຫ້ແກ່ 23 ເມືອງມີອັດຕາ ຄອບຄົວທີ່ທຸກຍາກ

ການໜູນຊ່ວຍງົບປະມານໃຫ້ແກ່ 23 ເມືອງມີອັດຕາ ຄອບຄົວທີ່ທຸກຍາກ - ảnh 1
(ພາບປະກອບ)
(vovworld) -     ນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ​ເຊັນ​ຂໍ້​ຕົກ​ລົງ​ໜູນ​ຊ່ວຍ​ທີ່​ມີ​ຈຸດໝາຍຈາກ​ງົບປະມານສູນ​ກາງ ​ໃຫ້​ແກ່ 23 ​ເມືອງ​ທີ່​ມີອັດຕາ​ຄອບ​ຄົວ​ທຸກ​ຍາກ​ສູງ ​ໄດ້​ນຳ​ໃຊ້​ກົນ​ໄກ, ນະ​ໂຍບາຍ​ລົງທຶນ​ພື້ນຖານ​ໂຄງ​ລ່າງ. 23 ​ເມືອງ​ທຸກ​ຍາກ​ເຊິ່ງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ນັ້ນ​ແມ່ນ ​ແທກ​ອານ (ກາວ​ບັ່ງ), ​​ແລ່ມ​ບິ່ງ (ຕວຽນກວາງ), ບ໋າດຊາດ, ຊາ​ປາ, ວັນ​ບ່ານ (ລາວ​ກາຍ), ບິ່ງ​ຢາ, ດິ່ງ​​ເລີມ(ລ້າງ​ເຊີນ), ​ເມື່ອ​ງຈ່າ, ຕວນຢ໋າ​ວ (ດ້ຽນບຽນ), ດ່າ​ບັ໋ກ, ກິມ​ໂບຍ (ຮ່ວາ​ບິ່ງ), ກຸຍ​ເຈົາ (​ເງັ້ອານ), ດົງ​ຢາງ, ນາມ​ຢາງ (ກວາງ​ນາມ), ສົງ​ຮີງ, ດົ່ງ​ຊວນ (ຟຸ໋ອຽນ), ດັ໋ກ ກ​ໄລ, ຊາ​​ໄທ, ກອນ​​ເຣົຍ (ກອນ​ຕຸ​ມ), ກບາງ, ກອນ​ຈຣໍ, ອີ​ອາ​ປາ (ຢາ​ລາຍ). ​ແຕ່ລະ​ເມືອງ​ດັ່ງກ່າວ​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ​ລົງທຶນ​ພັດທະນາ​ດ້ວຍ 70% ລະດັບ​ສະ​ເລ່ຍຂອງ​ບັນດາ​ເມືອງ​ທຸກ​ຍາກ ຕາມ​ມະຕິ​ຕົກລົງ​ເລກທີ 30a ກ່ຽວ​ກັບ​ການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ຈາກ​ງົບປະມານສູນ​ກາງ. ​ ​ໜູນ​ຊ່ວຍ​ໃນ​​ໄລ​ຍະ 5 ປີ ນັບ​ແຕ່​ປີ 2013 – 2017. ສະ​ເພາະ​ປີ 2013, ​ແມ່ນ​ນຳ​ໃຊ້​ຈາກງົບປະມານ​ສຳຮອງ​ສູນ​ກາງ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ບາງ​ໂຄງການ​ສຳຄັນ.
ຂ່າວ/ບົດ​ອື່ນ