(vovworld) - ໂດຍໄດ້ຮັບຄວາມເຫັນດີຈາກກະຊວງປ້ອງກັນປະເທດຫວຽດນາມ, ກ່ຳປັ່ນ RSS ENDURANCE ຂອງກອງທັບເຮືອສ.ສິງກະໂປ ພ້ອມກັບລູກເຮືອ 80 ຄົນຫາກໍ່ເຂົ້າທຽບທ່າກ່ຳປັ່ນສາກົນກາມແຣງ, ເລີ່ມຕົ້ນການຢ້ຽມຢາມມິດຕະພາບຢູ່ຫວຽດນາມ ໃນລະຫວ່າງວັນທີ 17 – 21/03. ນີ້ແມ່ນຄັ້ງທຳອິດທີ່ກ່ຳປັ່ນທະຫານຕ່າງປະເທດເຂົ້າທຽບທ່າກ່ຳປັ່ນສາກົນກາມແຣງ, ເຊິ່ງແມ່ນທ່າກ່ຳປັ່ນສາກົນໃຫຍ່ທີ່ສຸດ ທີ່ຫາກໍນຳເຂົ້າເຄື່ອນໄຫວແຕ່ວັນທີ 08/03.
ການຢ້ຽມຢາມຂອງກ່ຳປັ່ນກອງທັບເຮືອສິງກະໂປ ຄັ້ງນີ້ຖືກດຳເນີນໃນສະພາບຫວຽດນາມ ແລະ ສິງກະໂປ ພວມຕັ້ງໜ້າຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທີ່ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ. ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ ເວົ້າລວມ, ລະຫວ່າງກອງທັບ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມິປະສິດທິຜົນ. ໃນໄລຍະຢູ່ຢ້ຽມຢາມ, 2 ຝ່າຍຍັງໄດ້ຈັດການຢ້ຽມຢາມກ່ຳປັ່ນເຊິ່ງກັນ ແລະ ກັນ, ແຂ່ງຂັນກິລາກັບພະນັກງານ, ນັກຮົບທະຫານເຂດ 4 ແລະ ຢ້ຽມຢາມທັດສະນີຍະພາບບາງແຫ່ງຢູ່ທ້ອງຖິ່ນ.