ກາລະໂອກາດຮ່ວມມືກະສິກຳລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ແບນຊິກ

(VOVWORLD) - “ໜູນຊ່ວຍຂະແໜງກະສິກຳແບບຍືນຍົງ ແລະ ການປ່ຽນແປງໃໝ່ຂອງ ຫວຽດນາມ” ເຊິ່ງດຳເນີນໃນຕອນບ່າຍວັນທີ 23 ພະຈິກ ຢູ່ ຮ່າໂນ້ຍ.
ກາລະໂອກາດຮ່ວມມືກະສິກຳລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ແບນຊິກ - ảnh 1 ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກວກແຢວງ (ພາບ: VGP)

“ກໍ່ສ້າງພື້ນຖານກະສິກຳແບບຍືນຍົງບົນພື້ນຖານຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແມ່ນວຽກງານອັນຮີບດ່ວນ ແລະ ແມ່ນທ່າອ່ຽງອັນຈຳເປັນຂອງວິວັດການພັດທະນາ”. ນີ້ແມ່ນບັນຫາທີ່ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກວກແຢວງ  ຍົກອອກຢູ່ກອງປະຊຸມສຳມະນາ “ໜູນຊ່ວຍຂະແໜງກະສິກຳແບບຍືນຍົງ ແລະ ການປ່ຽນແປງໃໝ່ຂອງ ຫວຽດນາມ” ເຊິ່ງດຳເນີນໃນຕອນບ່າຍວັນທີ 23 ພະຈິກ ຢູ່ ຮ່າໂນ້ຍ.

        ກອງປະຊຸມສຳມະນາ ໂດຍສະຖານທູດລາຊະອານາຈັກ ແບນຊິກ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັນຈັດຕັ້ງ.

        ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກວກແຢວງ  ຢືນຢັນວ່າ: ລາຊະອານາຈັກ ແບນຊິກ ແມ່ນຄູ່ຮ່ວມມືສຳຄັນ ໄດ້ ແລະ ພວມໜູນຊ່ວຍ ຫວຽດນາມ ຫລາຍທີ່ສຸດ ໃນບັນດາຂົງເຂດຄື: ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ອະນາໄມສິ່ງແວດລ້ອມທີ່ຕິດພັນກັບການຫັນເປັນຕົວເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ການເພີ່ມທະວີກຳລັງຄວາມສາມາດ ແລະ ການບໍລິຫານ. 2 ຝ່າຍແລກປ່ຽນຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງຄວາມປອດໄພ ແລະ ສຸຂະອະນາໄມຂອງອາຫານເປັນປະຈຳ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າຜະລິດຕະພັນກະເສດ. ທ່ານຮອງລັດຖະມົນຕີ ເລກວກແຢວງ  ສະເໜີຝ່າຍລາຊະອານາຈັກ ແບນຊິກ ສາມາດແນະນຳບັນດາມາດຕະການເຕັກໂນໂລຢີທີ່ກ້າວໜ້າ ແລະ ວິທີການຄຸ້ມຄອງທັນສະໄໝຂອງ ແບນຊິກ ເພື່ອຊ່ວຍ ຫວຽດນາມ ອາດຈະສ້າງໂຄງປະກອບຄືນໃໝ່ ໃນຂົງເຂດກະສິກຳສຳເລັດຜົນຕາມທິດໝັ້ນຄົງ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ