ກຳປັ່ນລຳລຽງທັນຍາຫານຂອງຢູແກຼນ ລຳທຳອິດເຂົ້າທຽບທ່າກຳປັ່ນຕວັກກີ
(VOVWORLD) -ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບລະບຽບການເຄື່ອນໄຫວຂົນສົ່ງທັນຍາຫານ ແລະ ປຸຍ ຈາກບັນດາທ່າກຳປັ່ນຂອງ ຢູແກຼນຢູ່ແຄມຝັ່ງທະເລດຳ.
ກຳປັ່ນ Razoni ຂົນສົ່ງສາລີ ກ່ວາ 26.000 ໂຕນ (ພາບ: TTXVN) |
ກຳປັ່ນລຳລຽງທັນຍາຫານລຳທຳອິດໄດ້ອອກຈາກຢູແກຼນຕາມຂໍ້ຕົກລົງໂດຍສປຊ ໜູນຫຼັງ ໄດ້ເຂົ້າທຽບທ່າກຳປັ່ນຂອງ ຕວັກກີໃນວັນທີ 10 ສິງຫາ. ກຳປັ່ນ Razoni ປັກທຸງ Sierra Leon ໄດ້ອອກຈາກທ່າກຳປັ່ນ Odessa ຂອງ ຢູແກຼນ ໃນວັນທີ 1 ສິງຫາ, ຂົນສົ່ງສາລີ ກ່ວາ 26.000 ໂຕນ ແລະ ຕາມການຄາດຄະເນເບື້ອງຕົ້ນ ຈະເຂົ້າທຽບທ່າກຳປັ່ນ Tripoli ຂອງ ລີບັງ ໃນອາທິດແລ້ວນີ້. ອົງການເດີນເຮືອ Ashram ໃຫ້ຮູ້ວ່າ: “ສິນຄ້າໄດ້ຂາຍແລ້ວ ແລະ ຈະໄດ້ຂົນຖ່າຍລົງຢູ່ທ່າກຳປັ່ນ Mersin”.
ກ່ອນໜ້ານັ້ນ, ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບລະບຽບການເຄື່ອນໄຫວຂົນສົ່ງທັນຍາຫານ ແລະ ປຸຍ ຈາກບັນດາທ່າກຳປັ່ນຂອງ ຢູແກຼນຢູ່ແຄມຝັ່ງທະເລດຳ. ນີ້ແມ່ນສ່ວນໜຶ່ງໃນຂໍ້ຕົກລົງການສົ່ງອອກທັນຍາຫານ ໂດຍ ຢູແກຼນ ແລະ ລັດເຊຍ ລົງນາມຕ່າງຫາກ ເມື່ອເດືອນກໍລະກົດທີ່ຜ່ານມາ ພາຍໃຕ້ການອຸປະຖຳຂອງ ສປຊ ແລະ ຕວັກກີເພື່ອຮັບປະກັນແຫຼ່ງສະໜອງສະບຽງອາຫານ ແລະ ປຸຍໃຫ້ແກ່ຕະຫຼາດໂລກ.