ກຳປູເຈຍສະເຫຼີມສະຫຼອງ60ປີວັນປະກາດເອກະລາດ

ກຳປູເຈຍສະເຫຼີມສະຫຼອງ60ປີວັນປະກາດເອກະລາດ - ảnh 1
ສະຖານທູດ ກຳປູ​ເຈຍ ປະຈຳ ຫວຽດນາມ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ​ຂອງ ກຳປູ​ເຈຍ
(ພາບ: VGP/Lê Sơn)

(vovworld) – ຕອນ​ເຊົ້າວັນ​ທີ 6/11, ຢູ່​ອະນຸສາວະລີ​ເອກະລາດ ​ແລະ ພະລາດ​ຊະ​ວັງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ ​ແລະ ປະຊາຊົນ​ກຳປູ​ເຈຍ​ນັບ​ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີ​ມສະຫຼອງ 60 ປີ​​ແຫ່ງວັນ​ປະກາດ​ເອກະລາດຂອງ ກຳປູ​ເຈຍ​. ທີ່​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງຕໍ່ໜ້າ​ພະລາດ​ຊະ​ວັງ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni ​ໄດ້​ທົບ​ທວນຄືນ​ໄລຍະ​ທາງ​ຍາດ​ໄດ້​​ເອກະລາດ​ຂອງ​ປະ​ເທດ​ຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ອະ​ດີດພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihanouk. ທົບ​ທວນຄືນ​ໄລຍະ​ທາງ 60 ປີ, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni ຖື​ວ່າ: ປະ​ເທດ​ຊາດ ​ແລະ ປະຊາຊົນ ກຳປູ​ເຈຍ ​ໄດ້​ເປັນ​ສັກຂີ​ພິຍານ​ບັນດາ​ການ​ປ່ຽນ​ໃໝ່​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ.

    ດ້ວຍ​ແນວທາງ​ປອງ​ດອງ​ຊາດ, ລັດຖະບານ​ແຫ່ງ ລາຊະ​ອານາຈັກ ກຳປູ​ເຈຍ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ພັກ​ປະຊາຊົນ ກຳປູ​ເຈຍ (CPP)​ແລະ ນາຍົກລັດຖະມົນຕີ Hun Sen ​ໄດ້​ວາງ​ອອກ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ນຳ​ມາ​ເຊິ່ງສັນຕິພາບ, ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ສາມັກຄີ, ​ເຫັນ​ປະ​ເທດ​ເປັນ​ເອກະ​ພາບ.

    ຕອນ​ຄຳ່​ວັນ​ທີ 8/11, ຢູ່​ຮ່າ​ໂນ້ຍ, ສະຖານທູດ ກຳປູ​ເຈຍ ປະຈຳ ຫວຽດນາມ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ​ຂອງ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

    “ລັດ​ຖະບານ ​ແລະ ປະຊາຊົນ ຫວຽດນາມ ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ​ວ່າ: ພາຍ​ໃຕ້​ການ​ນຳພາ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni ​ແລະ ດ້ວຍ​ຈິດ​​ໃຈ​ປອງ​ດອງ​ຊາດ, ລັດ​ຖະບານ ​ແລະ ປະຊາຊົນ ກຳປູ​ເຈຍ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ຍິ່ງ​​ໃຫຍ່ກ່ວາ​ອີກ. ບົນ​ເສັ້ນທາງ​ສ້າງສາ​ປະ​ເທດ​ກຳປູ​ເຈຍ ສັນຕິພາບ, ວັດ​ທະນາ​ຖາວອນ, ສະຖຽນ​ລະ​ພາບ, ​ເປັນກາງ ມີ​ການ​ພົວພັນ​ມິດ​ຕະ​ພາບ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ.”

ຂ່າວ/ບົດ​ອື່ນ