ຂະແໜງການທູດຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ

(VOVWORLD) -ຫວຽດນາມ ໄດ້ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືຢ່າງຄົບຊຸດ, ໂດຍສະເພາະແມ່ນກັບບັນດາ
ປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ.
ຂະແໜງການທູດຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)

ຂະແໜງການທູດຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ນັ້ນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບບັນດາຜົນງານພົ້ນເດັ່ນໃນວຽກງານການຕ່າງປະເທດໃນປີຜ່ານມາ ເນື່ອງໃນໂອກາດບຸນເຕັດວຽນມາ. ຕາມທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລ້ວ, ຫວຽດນາມ ໄດ້ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືຢ່າງຄົບຊຸດ, ໂດຍສະເພາະແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ. ການປະຕິບັດແຜນນະໂຍບາຍຍົກລະດັບການພົວພັນທາງການທູດຫຼາຍຝ່າຍຢ່າງມີປະສິດທິຜົນ ໄດ້ສືບຕໍ່ຢັ້ງຢືນທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ພ້ອມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ, ໂຮມປະເທດຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວຢ່າງໝັ້ນຄົງ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ. ວຽກງານພົວພັນຕ່າງປະເທດດ້ານເສດຖະກິດກໍ່ໄດ້ຮັບການຜັນຂະຫຍາຍຢ່າງແຮງ, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ຕາມທ່ານລັດຖະມົນຕີ ບຸຍແທັງເຊີນ ແລ້ວ, ບັນດາໝາກຜົນສຳຄັນດັ່ງກ່າວໄດ້ຢັ້ງຢືນແນວທາງການຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ