ຂະແໜງປ່າໄມ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕເສດຖະກິດແລະພັດທະນາແບບຍືນຍົງ

(VOVWORLD) -ຕອນບ່າຍວັນທີ 18 ທັນວາ, ຢູ່່ຮ່າໂນ້ຍ, ສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກຳຊົນນະບົດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ວິທີການສະຖິຕິຂະແໜງປ່າໄມ້ ແລະ ການປະກອບສ່ວນຂອງຂະແໜງປ່າໄມ້ເຂົ້າໃນການເຕີບໂຕເສດຖະກິດ ແລະ ການພັດທະນາແບບຍືນຍົງ”.

ເປົ້າໝາຍຂອງກອງປະຊຸມສຳມະນາແມ່ນເພື່ອແນໃສ່ໄຈ້ແຍກປະກອບສ່ວນຂອງຂະແໜງປ່າໄມ້ເຂົ້າໃນຍອດຜະລິດຕະພັນພາຍໃນ ຜ່ານການນຳໃຊ້ຕາຕະລາງຄວາມດຸ່ນດ່ຽງລະຫວ່າງຂະແໜງ (I-O) ແລະ ການປະກອບສ່ວນເຂົ້າໃນການປະຕິບັດການຫຼຸດຜ່ອນອາຍພິດເຮືອນແກ້ວທີ່ກໍ່ໃຫ້ເກີດມີການປ່ຽນແປງຂອງດີນຟ້າອາກາດ (REDD+) ຜ່ານບັນດາການເຄື່ອນໄຫວຄື: ຈຳກັດການເຮັດໃຫ້ປ່າຖືກເສຍຫາຍ, ຖືກຊຸດໂຊມ, ຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມແບບຍືນຍົງ, ກວດກາປ່າໄມ້… ຜ່ານນັ້ນ, ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍເພື່ອແນໃສ່ສົ່ງເສີມຜູ້ປູກປ່າຫັນໄປສູ່ການປູກປ່າໄມ້ໃຫຍ່, ປູກ ແລະ ຄຸ້ມຄອງປ່າແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ