ຂະແໜງເກີບໜັງ ຫວຽດນາມ ວາງອອກເປົ້າໝາຍສົ່ງອອກ 27 ຕື້ USD ໃນປີ 2023

(VOVWORLD) -ຄາດວ່າ ປີ 2023 ຈະມີຫຼາຍປັດໄຈພາວະວິໄສສົ່ງຜົນສະທ້ອນເຖິງການເຕີບໂຕການສົ່ງອອກຂອງຂະແໜງ.
 

        ໃນຊຸມປີຜ່ານມາ, ການສົ່ງອອກເກີບໜັງ, ກະເປົາໄປຍັງບັນດາຕະຫຼາດເຊິ່ງ ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ (FTA) ລ້ວນແຕ່ບັນລຸລະດັບການເຕີບໂຕແຕ່ 10%-20%. ນີ້ແມ່ນພື້ນຖານເພື່ອໃຫ້ທົ່ວຂະແໜງເກີບໜັງ ຫວຽດນາມ ວາງອອກເປົ້າໝາຍສົ່ງອອກບັນລຸ 27 ຕື້ USD ໃນປີ 2023. ເຖິງຢ່າງໃດກໍ່ຕາມ, ຄາດວ່າ ປີ 2023 ຈະມີຫຼາຍປັດໄຈພາວະວິໄສສົ່ງຜົນສະທ້ອນເຖິງການເຕີບໂຕການສົ່ງອອກຂອງຂະແໜງ. ທ່ານນາງ ຟານທິແທັງຊວນ, ຮອງປະທານ ທັງເປັນເລຂາທິການໃຫຍ່ສະມາຄົມເກີບໜັງ - ກະເປົາ ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດາມາດຕະການແກ້ໄຂເຊິ່ງພວກຂ້າພະເຈົ້າພວມມຸ່ງໄປເຖິງ, ນັ້ນແມ່ນບັນຫາຕ້ອງເປີດກວ້າງການຊອກຫາແຫຼ່ງສະໜອງໃໝ່, ບັນດາຕະຫຼາດໃໝ່ ແລະ ພິເສດແມ່ນມານະພະຍາຍາມນຳໃຊ້ຕະຫຼາດເຊິ່ງ ຫວຽດນາມ ໄດ້ລົງນາມສັນຍາ FTA. ແລະ ພິເສດແມ່ນຜະລິດຕະພັນເກີບໜັງ ຫວຽດນາມ ກໍ່ແມ່ນເຄື່ອງໝາຍການຄ້າດີພໍສົມຄວນ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຫວັງວ່າ ເຖິງວ່າຍອດຄວາມຕ້ອງການຫຼຸດລົງ, ແຕ່ບັນດາໃບສັ່ງຊື້ສິນຄ້າ ຫວຽດນາມ ຍັງໄດ້ຮັບການຮັກສາ”.

ຕອບກັບ

ຂ່າວ/ບົດ​ອື່ນ