ຄວາມປະທັບໃຈງານບຸນວັດທະນະທຳ“ສີສັນຫວຽດນາມ“ທີ່ນິວຢອກ
ລາຍການ “ຊຸມມືວັດທະນະທຳຫວຽດນາມ ຢູ່ນິວຢອກ”
(ພາບ: baomoi.com)
(vovworld) - ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນລາຍການ “ຊຸມມືວັດທະນະທຳຫວຽດນາມ ຢູ່ນິວຢອກ”. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ຖືກໄຂຂຶ້ນໃນວັນທີ 12/8 ຢູ່ນະຄອນນິວຢອກ, ປະເທດອາເມລິກາ. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ຢູ່ນິວຢອກ ອີກຄັ້ງໜຶ່ງ ໄດ້ແນະນຳເຖິງຊາວອາເມລິກາ ບັນດາເຄື່ອງດົນຕີພື້ນເມືອງ ແລະ ຊຸດອາພອນປະຈຳເຜົ່າຂອງຫວຽດນາມ, ຜ່ານນັ້ນເຮັດໃຫ້ຊາວອາເມລິກາ ເຂົ້າໃຈກວ່າກ່ຽວກັບຫວຽດນາມ, ດ້ວຍປະຫວັດສາດທີ່ມີມານັບພັນປີ ແລະ ພື້ນຖານວັດທະນະທຳທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດ, ມີລັກສະນະເປັນເອກະພາບໃນຫຼາຍຮູບຫຼາຍສີ. ເພື່ອນມິດສາກົນຢູ່ສະຫະປະຊາຊາດ ແລະ ເພື່ອນມິດອາເມລິກາມີຄວາມປະທັບໃຈທີ່ສຸດຕໍ່ເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ສິ້ນສຸດລົງ ດ້ວຍລາຍການສະແດງຊຸດເສື້ືອຍາວທີ່ເປັນມູນເຊື້ອຂອງຫວຽດນາມ.