ຄວາມສາມາດບົ່ມຊ້ອນການຮ່ວມມືເຕັກໂນໂລຢີຂໍ້ມູນຂ່າວສື່ສານຫວຽດນາມ-ສະໂລວາເກຍຍັງຫລາຍຢູ່
ທ່ານ ເຈືອງມີງ ຕ໋ວນ ແລະ ທ່ານ Peter Pellegrini
(ພາບ: ດີງຮ໋ວາ)
(vovworld) - ວັນທີ 30/11, ຢູ່ນະຄອນຫລວງ Bratixlava ສະໂລວາເກຍ, ທ່ານ ເຈືອງມີງ ຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານ ຫວຽດນາມ ແລະ ທ່ານ Peter Pellegrini ຮອງນາຍົກລັດຖະມົນຕີຮັບຜິດຊອບການລົງທຶນ ແລະ ໄອທີ ສະໂລວາເກຍ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວ - ສື່ສານ (ICT), ເປີດແງ່ຫວັງການຮ່ວມມືລະອຽດຫລາຍຢ່າງລະຫວ່າງ 2 ປະເທດໃນຂົງເຂດນີ້. 2 ຝ່າຍຈະເພີ່ມທະວີການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ຈັດຕັ້ງບັນດາລາຍການກໍ່ສ້າງ ແລະ ສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານຂອງກັນ. ບັນດາຂົງເຂດໄດ້ຮັບການສົ່ງເສີມຮ່ວມມືລວມມີ: ນະໂຍບາຍເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານເຂົ້າໃນການເຄື່ອນໄຫວຂອງລັດຖະບານ, ຄວາມປອດໄພທາງອິນເຕີແນັດ, ການພັດທະນາເຕັກໂນໂລຢີຮາດແວແລະ ຊອບແວ, ດີຈີຕອນ, ພື້ນຖານໂຄງລ່າງກະຈາຍຄື້ນ... 2 ຝ່າຍຈະປະຕິບັດການຮ່ວມມືໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ຈັດຕັ້ງບັນດາງານວາງສະແດງ, ຊຸດບຳລຸງສ້າງ, ກອງປະຊຸມສຳມະນາ, ເວທີປາໄສ, ກໍ່ຄືການປະສານງານ, ການປະຕິບັດບັນດາໂຄງການຮ່ວມໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ.