ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ມີຄວາມສ່ຽງສົ່ງຜົນກະທົບຫຍໍ້ທໍ້ຕໍ່ການຄ້າໂລກ

(VOVWORLD) - ວັນທີ 20 ກັນຍາ, ທ່ານ Gerry Rice ໂຄສົກກອງທຶນເງິນຕາສາກົນ (IMF) ໄດ້ຍົກອອກການຄາດຄະເນກ່ຽວກັບຄວາມເຄັ່ງຕຶງປີນຂັ້ນໄດດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ

ຈະກໍ່ ຜົນຮ້າຍຫຍໍ້ທໍ້ຕໍ່ 2 ປະເທດເວົ້າສະເພາະ ແລະ ພື້ນຖານເສດຖະກິດໂລກເວົ້າລວມ. ທ່ານ Gerry Riceໃຫ້ຮູ້ວ່າ: ປັດຈຸບັນ IMF ພວມຕີລາຄາຜົນກະທົບຈາກບັນດາມາດຕະການຈັດວາງອັດຕາພາສີຈາກ 2 ປະເທດ.

       ແລະກໍ່ໃນວັນດຽວກັນ, ສະຖາບັນຄົ້ນຄວ້າ Ifo (ເຢຍລະມັນ) ພ້ອມກັບສະຖາບັນເສດຖະກິດ KOF (ສະວິດ) ແລະ ສະຖາບັນ Istat (ອີຕາລີ) ໄດ້ປະກາດບົດລາຍງານຮ່ວມ, ໃນນັ້ນ ໃຫ້ຂໍ້ສັງເກີດວ່າ ນະໂຍບາຍການຄ້າຂອງ ອາເມລິກາ ມີຄວາມສ່ຽງກໍ່ໃຫ້ເກີດບັນດາຜົນສະທ້ອນຫຍໍ້ທໍ້ໃຫ້ທົ່ວລະບົບການຄ້າສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ