(vovworld) - ວັນທີ 19/10, ຄວາມເຄັ່ງຕຶງລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ ເພີ່ມຂຶ້ນພາຍຫຼັງທີ່ ສປປ ເກົາຫຼີ ແລະ ສ.ເກົາຫຼີ ພ້ອມກັນຍົກອອກບັນດາຄຳຖະແຫຼງທີ່ຂັ້ມແຂງ. ສຳນັກຂ່າວສານ KCNA ໄດ້ຄັດຄຳເວົ້າຂອງກອງບັນຊາການແນວໂຮມເຂດຕາເວັນຕົກ ຂຶ້ນກັບກອງທັບປະຊາຊົນສປປ ເກົາຫຼີ (KPA) ທີ່ກາວເຕື່ອນຈະຍິງປືນໃສ່ເຂດຊາຍແດນຂອງສ.ເກົາຫຼີ ຖ້າຫາກປະເທດນີ້ສືບຕໍ່ການແຈກຢາຍໃບປີວຕ້າຍສປປ ເກົາຫຼີ ໃນອາທິດຈະມາເຖິງ. KPA ໄດ້ເວົ້າວ່າ ໃບປີວຈະຖືກແຈກຢາຍອອກຢູ່ເມືອງ Rimjin Pavillion ຂອງນະຄອນ Paju, ແຂວງ Kyonggi ຂອງສເກົາຫຼີ ໃນຕອນທ່ຽງວັນທີ 22/10, ການເຄື່ອນໄຫວດັ່ງກ່າວໂດຍກອງທັບສ.ເກົາຫຼີ ປະຕິບັດພາຍໃຕ້ການຊີ້ນຳໂດຍກົງຈາກລັດຖະບານ. ເພື່ອຕອບຄືນການຂົ່ມຂູ່ຂອງຝ່າຍພຽງຢາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ Kim Kwan jin ໄດ້ຢືນຢັນວ່າ ເສອຸນ ຈະໂຕ້ຕອບຖ້າ ສປປ ເກົາຫຼີ ບຸກໂຈມຕີ.