ຄວາມແຕກຕ່າງກັນຫລາຍຢ່າງໃນຮອບທຳອິດການເຈລະຈາຄືນໃໝ່ FTA ອາເມລິກາ - ສ.ເກົາຫຼີ

(VOVWORLD) - ໄດ້ຮຽກຮ້ອງ ເຊີອູນ ຄວນສ້າງເງື່ອນໄຂ ເພື່ອສາມາດສຳພັດຕະຫລາດນີ້ຢ່າງງ່າຍດາຍກ່ວາ, ກໍ່ຄືບັນດາການປັບປຸງຮົ້ວກີດຂວາງການຄ້າ.
ຄວາມແຕກຕ່າງກັນຫລາຍຢ່າງໃນຮອບທຳອິດການເຈລະຈາຄືນໃໝ່ FTA ອາເມລິກາ - ສ.ເກົາຫຼີ - ảnh 1 ຮອບທຳອິດການເຈລະຈາຄືນໃໝ່ FTA ອາເມລິກາ - ສ.ເກົາຫຼີ (ພາບ: YONHAP/TTXVN)

ຕອນເຊົ້າວັນທີ 06 ມັງກອນ (ຕາມເວລາ ຫວຽດນາມ) ທີ່ວໍຊິງຕັນ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ສິ້ນສຸດຮອບທຳອິດຂອງການເຈລະຈາພິຈາລະນາບັນດາການປ່ຽນແປງສຳລັບສັນຍາການຄ້າເສລີ (FTA) 2 ຝ່າຍ ຊຶ່ງ 2 ປະເທດລົງນາມແຕ່ກ່ອນນີ້ 6 ປີ, ໃນສະພາວະ ອາເມລິກາ ຢາກຊອກຫາວິທີຫລຸດຜ່ອນຂາດດຸນການຄ້າສຳລັບປະເທດອາຊີຕາເວັນອອກສ່ຽງເໜືອນີ້. ໃນຖະແຫຼງການໜຶ່ງໄດ້ຍົກອອກມາ ພາຍຫລັງບັນດາກອງປະຊຸມປິດລັບ, ກະຊວງການຄ້າ ອາເມລິກາ ໃຫ້ຮູ້ວ່າ: ໄດ້ຮຽກຮ້ອງ ເຊີອູນ ຄວນສ້າງເງື່ອນໄຂ ເພື່ອສາມາດສຳພັດຕະຫລາດນີ້ຢ່າງງ່າຍດາຍກ່ວາ, ກໍ່ຄືບັນດາການປັບປຸງຮົ້ວກີດຂວາງການຄ້າ.

        ຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Robert Lighthizer ຢືນຢັນວ່າ: “ຍັງຄົງມີຫລາຍວຽກຕ້ອງປະຕິບັດ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງຮັບໃຊ້ຜົນປະໂຫຍດເສດຖະກິດຂອງຊາວ ອາເມລິກາ”. ຕາມທ່ານ Robert ແລ້ວ, ວໍຊິງຕັນ ປາດຖະໜາຢາກການຄ້າ 2 ສົ້ນລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ມີຄວາມຍຸຕິທຳ ແລະ ຈະຊຸກຍູ້ບັນດາຄວາມມານະພະຍາຍາມໂດຍໄວ ເພື່ອສາມາດບັນລຸໄດ້ຄາດໝາຍນີ້.

        ສ່ວນທ່ານລັດຖະມົນຕີກະຊວງການຄ້າ ສ.ເກົາຫຼີ ໃຫ້ຮູ້ວ່າ: ເຊີອູນ ໄດ້ສະແດງໃຫ້ເຫັນທັດສະນະຂອງຕົນຢ່າງຕັ້ງໜ້າສຳລັບບັນດາບັນຫາ ຊຶ່ງຝ່າຍ ອາເມລິກາ ຍົກອອກ, ແຕ່ບໍ່ເປີດເຜີຍລາຍລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ